ຫວຽດ​ນາມ ຍາມ​ໃດ​ກໍ່ຖື ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ສຳ​ຄັນ​ແຖວ​ໜ້າ

(VOVWORLD) -ຕອນບ່າຍວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມການເຈລະຈາທາງອອນລາຍ ກັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori
ຫວຽດ​ນາມ ຍາມ​ໃດ​ກໍ່ຖື ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ສຳ​ຄັນ​ແຖວ​ໜ້າ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori (ພາບ:  danviet.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນຄືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ສຳຄັນແຖວໜ້າ, ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງສູງໃນນະໂຍບາຍທາງການທູດ ຂອງ ຫວຽດນາມ.

ສ່ວນທ່ານ ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ໄດ້ຢັ້ງຢືນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍເພື່ອຮັບປະກັນວ່າ ປະຊາຊົນ ຫວຽດນາມໝົດທຸກຄົນຈະໄດ້ຮັບການສັກວັກຊິນກັນໂຄວິດ - 19.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ພົວພັນແລກປ່ຽນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສະມາຊິກລັດຖະສະພາສອງປະເທດ, ເປັນຕົ້ນແມ່ນ ສະມາຊິກໜຸ່ມ, ສະມາຊິກເພດຍິງ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ