ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຖື ມົງ​ໂກນ ເປັນ ຄູ່​ຮ່ວມ​ມື​ສຳ​ຄັນ

(VOVWORLD) - ຕອນບ່າຍວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nyamaa Enkhbold ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຖື ມົງ​ໂກນ ເປັນ ຄູ່​ຮ່ວມ​ມື​ສຳ​ຄັນ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Nyamaa Enkhbold ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ (ພາບ: VGP)

ທ່ານ Nyamaa Enkhbold ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຂອງສອງປະເທດໄດ້ເຈລະຈາ, ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນບົດບັນທຶກຊ່ວຍຈຳ ປີ 2013 ລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ມົງໂກນ, ພ້ອມທັງເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືປ້ອງກັນຊາດລະຫວ່າງ ມົງໂກນ ແລະ ຫວຽດນາມ ຈະສ້າງພື້ນຖານໄວ້ເນື້ອເຊື່ອໃຈເພື່ອພັດທະນາການພົວພັນລະຫວ່າງສອງປະເທດ. ປີ 2019 ໂດຍແມ່ນປີ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ, ມົງໂກນປາດຖະໜາຢາກ ຊຸກຍູ້ການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ໃນ65 ປີທີ່ຜ່ານມາ, ການພົວພັນ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບສູງຂຶ້ນ, ການຮ່ວມມືໃນບັນດາຂົງເຂດຄື ການເມືອງ, ການທູດ, ເສດຖະກິດ, ການຄ້າການລົງທຶນ, ກະສິກຳ, ການສຶກສາ ໄດ້ຮັບການເປີດກ້ວາງ ແລະ ບັນລຸໄດ້ປະສິດທິຜົນອັນແທດຈິງ. ຫວຽດນາມ ຍາມໃດກໍ່ຖື ມົງໂກນ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ, ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ, ປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ