ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ

(VOVWORLD) -ຕອນບ່າຍວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະສະມາຊິກລັດຖະສະພາ ອາເມລິກາ ໂດຍທ່ານ Jeff Merkley ສະມາຊິກສະພາສູງເປັນຫົວໜ້າຄະນະທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນ ວ່າຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ.

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: qdnd.vn)

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມມີຄວາມຫວັງຢາກຊຸກຍູ້ການພົວພັນຄູ່ຮ່ວມມືກັບ ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ລະບອບການເມືອງຂອງກັນ, ເພື່ອນຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບັນດາສະມາຊິກລັດຖະສະພາອາເມລິກາ ມີຄວາມເອົາໃຈໃສ່, ຊຸກຍູ້ເພື່ອໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດຕາມເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມ.

ສ່ວນທ່ານ Jeff Merkley ຢັ້ງຢືນຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ໃນນັ້ນມີຄວາມສົນໃຈເປັນພິເສດເຖິງຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບົນພື້ນຖານສືບທອດບັນດາມໍລະດົກເຊິ່ງບັນດາສະມາຊິກສະພາສູງໃນເມື່ອກ່ອນຂອງອາເມລິກາປະໄວ້ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ