ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ການນຳລຸ້ນຕ່າງໆຂອງສອງຝ່າຍ ໃນນັ້ນ, ມີການການນຳສະພາແຫ່ງຊາດ ອາເມລິກາ ໄດ້ມານະພະຍາຍາມປະກອບສ່ວນນຳການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. 
ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມຕ້ອນຮັບທ່ານ Tim Rieser, ຜູ້ຊ່ວຍວຽກຂັ້ນສູງຂອງປະທານສະພາສູງ ອາເມລິກາ (ພາບ: TTXVN)

ຫວຽດນາມ ຍາມໃດກໍ່ຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ມີຄວາມຫວັງຢາກພ້ອມກັບ ອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ບົນພື້ນຖານເຄົາລົບນັບຖືເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງ ຂອງກັນ, ມຸ່ງໄປເຖິງການຍົກສູງການພົວພັນເມື່ອມີເງື່ອນໄຂສະດວກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃນການຕ້ອນຮັບທ່ານ Tim Rieser, ຜູ້ຊ່ວຍວຽກຂັ້ນສູງຂອງປະທານສະພາສູງ ອາເມລິກາ ໃນຕອນບ່າຍວັນທີ 29 ສິງຫາ ຢູ່ສຳນັກງານລັດຖະບານ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ການນຳລຸ້ນຕ່າງໆຂອງສອງຝ່າຍ ໃນນັ້ນ, ມີການການນຳສະພາແຫ່ງຊາດ ອາເມລິກາ ໄດ້ມານະພະຍາຍາມປະກອບສ່ວນນຳການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ນີ້ແມ່ນສ່ວນໜຶ່ງສຳຄັນ ແລະ ມີຄວາມໝາຍທີ່ສຸດໃນວິວັດການສ້າງຄວາມປອງດອງ, ຮຳບາດແຜ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ, ສ້າງກາລະໂອກາດຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດສຳຄັນຕ່າງໆ.

ສ່ວນທ່ານ Tim Rieser ໄດ້ແບ່ງປັນທັດສະນະ, ຄວາມເຫັນດີເຫັນພ້ອມໃນ ສະພາຕ່ຳ ແລະ ສະພາສູງ, ອຳນາດການປົກຄອງ ອາເມລິກາ ຕໍ່ການສະໜັບສະໜູນການພົວພັນຍາວນານກັບ ຫວຽດນາມ. ທ່ານ Tim Rieser ໃຫ້ຮູ້ວ່າ ຈະ ສືບຕໍ່ຂົນຂວາຍ, ຊຸກຍູ້ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ເອົາໃຈໃສ່, ສະຫງວນແຫຼ່ງກຳລັງ ແລະ ງົບປະມານໃຫ້ແກ່ໂຄງການຮ່ວມມື ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ