ຫວຽດນາມ ຍາມໃດກໍຸຖືການພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍເປັນສຳຄັນ

(VOVWORLD) -ຜ່ານ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມືສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ  ໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດ ການຄ້າ, ການພົບປະແລກປ່ຽນປະຊາຊົນຂອງທັງສາມປະເທດ 
ຫວຽດນາມ ຍາມໃດກໍຸຖືການພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍເປັນສຳຄັນ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ TTXVN

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ, ເມື່ອເຕື້ອງເຖິງຂ່າວຄາວກ່ຽວກັບເລື່ອງ ຜູ້ແຫ່ຂະບວນປະທ້ວງຄັດຄ້ານຂໍ້ລິເລີ່ມ ສາມຫລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຢູ່ ກຳປູເຈຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

 “ສາຍພົວພັນທີ່ເປັນມູນເຊື້ອສາມັກຄີສະຫນິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າສຳລັບ 3 ປະເທດ ແລະ ມີຄວາມໝາຍຍຸດທະສາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງແຕ່ລະປະເທດ ແລະ ທັງ 3 ປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມ ອາຊຽນ.  ຜ່ານ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມືສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ  ໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດການຄ້າ, ການພົບປະແລກປ່ຽນປະຊາຊົນຂອງທັງສາມປະເທດ ພິເສດ ແມ່ນປະຊາຊົນພວມດຳລົງຊີວິດຢູ່ເຂດນີ້. ຫວຽດນາມ ຈະສົມທົບຢ່າງແຫນ້ນແຟ້ນກັບ ກຳປູເຈຍ ແລະ ລາວ ເພື່ອຈັດຕັ້ງກອງປະຊຸມຂັ້ນສູງສາມຫລ່ຽມພັດທະນາລະຫວ່າງສາມປະເທດ, ຄາດວ່າ ຈະໄດ້ຈັດຕັ້ງຢູ່ ກຳປູເຈຍ ໃນເດືອນທັນສາປີນີ້”

ຕອບກັບ

ຂ່າວ/ບົດ​ອື່ນ