ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ເປັນສຳຄັນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ...
ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ເປັນສຳຄັນ - ảnh 1ທ່ານ Mike Crapo, ສະມາຊິກສະພາສູງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: Báo Nhân Dân)

ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ເປັນສຳຄັນ - ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເມື່ອຕອນບ່າຍວັນທີ 26 ພຶດສະພາ, ທີ່ສຳນັກງານລັດຖະບານ, ໃນການຕ້ອນຮັບຄະນະສະມາຊິກສະພາສູງ ອາເມລິກາ ໂດຍທ່ານ Mike Crapo, ສະມາຊິກສະພາສູງ ນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງໄລຍະຜ່ານມາ, ສອງຝ່າຍໄດ້ຮັກສາການພົບປະຂັ້ນສູງ, ພິເສດແມ່ນການໂອ້ລົມທາງໂທລະສັບລະຫວ່າງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ສຳເລັດຜົນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ… ສະເໜີໃຫ້ບັນດາສະມາຊິກສະພາສູງ ສະໜັບສະໜູນເລື່ອງ ອາເມລິກາ ເປີດປະຕູຕະຫຼາດ, ຈຳກັດການກວດກາຕ້ານການຂາຍບູບລາຄາ, ບັນດາມາດຕະການປ້ອງກັນການຄ້າສຳລັບສິນຄ້າຂອງ ຫວຽດນາມ.

        ສ່ວນບັນດາສະມາຊິກສະພາສູງ ອາເມລິກາ ສະແດງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພັດທະນາຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມວັດທະນາຖາວອນ”, ເຄົາລົບເອກະລາດ, ປະຊາທິປະໄຕ ແລະ ລະບອບລະບຽບການເມືອງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ