​ ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ສະ​ວິດ ເປັນ​ສຳ​ຄັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ສະວິດ ເປັນສຳຄັນ. ທ່ານສະເໜີໃຫ້ສອງປະເທດ ເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພື່ອສ້າງກຳລັງໜູນເປີດກວ້າງການຮ່ວມມືໃນທຸກຂົງເຂດ. 
​  ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ສະ​ວິດ ເປັນ​ສຳ​ຄັນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Thomas Gass, ເອກອັກຄະລັດຖະທູດ  ສະວິດ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ,  ທີ່ການຕ້ອນຮັບທ່ານ Thomas Gass, ເອກອັກຄະລັດຖະທູດ  ສະວິດ ປະຈຳ ຫວຽດນາມ ເນື່ອງໃນໂອກາດມາປະຕິບັດງານທາງການທູດ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ສະວິດ ເປັນສຳຄັນ. ທ່ານສະເໜີໃຫ້ສອງປະເທດ ເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພື່ອສ້າງກຳລັງໜູນເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍປາດຖະໜາວ່າ ສະວິດ ຈະສະໜັບສະໜູນຫຼັກໝັ້ນ, ຄວາມມານະພະຍາຍາມຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນສິດເລລີ, ຄວາມສະຫງົບປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

         ທ່ານ Thomas Gass, ເອກອັກຄະລັດຖະທູດ ສະວິດ ກໍຢັ້ງຢືນວ່າ ຍາມໃດກໍຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ເປັນສຳຄັນ ແລະ ຈະມານະພຍາຍາມເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ, ພິເສດ, ສະວິດຢາກເປີດກວ້າງການຮ່ວມມືກັບຫວຽດນາມໃນບັນດາຂົງເຂດເຕັກໂນໂລຢີສູງ, ກະສິກຳແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ