ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບແບບພິເສດ ກັບ ກູບາ ເປັນສໍາຄັນ

(VOVWORLD) -ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ,  ໄດ້ພົບປະກັບທ່ານ Raul Castro, ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ແລະ ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງສາທາລະນະລັດ ກູບາ.
ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບແບບພິເສດ ກັບ ກູບາ ເປັນສໍາຄັນ - ảnh 1ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ,  ທ່ານ Raul Castro, ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ແລະ ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງສາທາລະນະລັດ ກູບາ (ພາບ: TTXVN)

  ໃນຂອບເຂດການຢ້ຽມຢາມ ກູບາ ຢ່າງເປັນທາງການ, ຕອນບ່າຍວັນທີີ 9 ກໍລະກົດ, ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ,  ໄດ້ພົບປະກັບທ່ານ Raul Castro, ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ແລະ ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງສາທາລະນະລັດ ກູບາ.

        ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບແບບພິເສດທີ່ເປັນມູນເຊື້ອກັບ ກູບາ, ຕັດສິນໃຈປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃຫ້ດີກວ່າອີກ. ນະທີ່ນີ້, ສອງຝ່າຍກໍທົບທວນຄືນບັນດາຂີດໝາຍປະຫວັດສາດຂອງການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ.

        ແລະກໍໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ກໍໄດ້ໄປຢ້ຽມຢາມໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການຜະລິດເຂົ້າຢູ່ແຂວງ Pinar del Rio. ຕອນຄໍ່າຂອງວັນດຽວກັນ, ທ່ານນາງ ດັ້ງທິງອກທີ້ງ ແລະ ທ່ານ Alpidio Alonso Grau ລັດຖະມົນຕີກະຊວງວັດທະນະທໍາ ກູບາ ເຂົ້າຮ່ວມພິທີໄຂເຫດການ “ສັບປະດາວັດທະນະທໍາຫວຽດນາມ ຢູ່ ກູບາ”.


ຕອບກັບ

ຂ່າວ/ບົດ​ອື່ນ