ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) - ຫວຽດນາມ ຍາມໃດຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ວຽກງານເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ.
ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: vov.vn)

ວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ຈະສືບຕໍ່ເອົາໃຈໃສ່, ໃຫ້ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ ລາວ ແລະ ວິສາຫະກິດ ຫວຽດນາມ ເຮັດວຽກ, ດຳລົງຊີວິດຢູ່ ລາວ, ຕັ້ງໜ້າປະກອບສ່ວນປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດເພື່ອສະໜັບສະໜູນ ລາວ ຮັບດຳລົງບົດບາດເປັນປະທານ ອາຊຽນ 2024 ຢ່າງສຳເລັດຜົນ.

        ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ວຽກງານເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ; ປາດຖະໜາວ່າ ກະຊວງການຕ່າງປະເທດສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສຳຄັນລະຫວ່າງສອງປະເທດ, ກະກຽມກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ໃຫ້ເປັນຢ່າງດີ, ເປັນເສນາທິການ, ສະເໜີແນະບັນດາມາດຕະການເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດຫຼາຍກວ່າອີກ; ແລກປ່ຽນບົດຮຽນ, ປະສົບການເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ