ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ...

ໂດຍໄດ້ຮັບຄຳເຊື້ອເຊີນຂອງພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນຂັ້ນສູງການທະຫານ ຫວຽດນາມ ໄປຢ້ຽມຢາມ ລາວ ຢ່າງເປັນທາງການ ແຕ່ວັນທີ 13 – 19 ກັນຍາ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພົນເອກ ຟານວັນຢາງ (ພາບ: qdnd.vn)

        ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 13 ກັນຍາ, ພົນເອກ ຟານວັນຢາງ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການຕ້ອນຮັບ, ພົນເອກ ຟານວັນຢາງ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຂໍສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດຖະບານ, ປະຊາຊົນ, ກະຊວງປ້ອງກັນປະເທດ ລາວ ໃນຊຸມປີຜ່ານມາທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນລາວກັບຄືນເມືອປະເທດ. ພົນເອກ ຟານວັນຢາງ ປາດຖະໜາວ່າ ຝ່າຍ ລາວ ຈະສືບຕໍ່ສະໜັບສະໜູນທາງດ້ານກົນໄກ, ນະໂຍບາຍໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ ສປປ ລາວ…

        ສ່ວນຝ່າຍລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຢັ້ງຢືນວ່າ: ການຢ້ຽມຢາມຂອງພົນເອກ ຟານວັນຢາງ ຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ພົນເອກ ຈັນສະໝອນ ຈັນຍາລາດ ແລະ ພົນເອກ ຟານວັນຢາງ ເປັນປະທານຮ່ວມການເຈລະຈາຂັ້ນສູງລະຫວ່າງຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງບັນດາເຂດທະຫານ, ເຫຼົ່າທັບ, ກຳລັງປ້ອງກັນຊາຍແດນສອງປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ