ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນແລະໃຫ້ບຸລິມະສິດສູງໃນການປັບປຸງແລະເພີ່ມທະວີການພົວພັນກັບກຳປູເຈຍ

(VOVWORLD) -ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງໃນການການປັບປຸງ ແລະ ເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ກັບ ກຳປູເຈຍ.
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນແລະໃຫ້ບຸລິມະສິດສູງໃນການປັບປຸງແລະເພີ່ມທະວີການພົວພັນກັບກຳປູເຈຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານເອກອັກຄະລັດຖະທູດກຳປູເຈຍ Chay Navuth
(ພາບ: TTXVN)

ຕອນບ່າຍວັນທີ 14 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດກຳປູເຈຍ Chay Navuth ມາຂ່ຳນັບຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງໃນການການປັບປຸງ ແລະ ເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ກັບ ກຳປູເຈຍ. ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ການນຳ 2 ປະເທດສືບຕໍ່ຮັກສາການພົບປະ, ແລກປ່ຽນເປັນປະຈຳ, ບັນດາກົນໄກຮ່ວມມື 2 ຝ່າຍສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ການນຳ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ຕິດຕາມສະພາບການໂລກລະບາດໃນປະຈຸບັນຢູ່ກຳປູເຈຍ ຢ່າງໃກ້ຊິດ. ບົນຈິດໃຈສາມັກຄີສະໜິດແໜ້ນ, ມູນເຊືອອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ, ຫວັງວ່າ ການໜູນຊ່ວຍຂອງຫວຽດນາມ ໃນໄລຍະຜ່ານມາ ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ ກຳປູເຈຍ ເພື່ອແນໃສ່ຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປ.

        ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຝາກຄຳເຊື້ອເຊີນທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin, ປະທານສະພາສູງ Say Chhum ມາຢ້ຽມຢາມຫວຽດນາມ ໂດຍໄວໃນຈຸດເວລາທີ່ເໝາະສົມ.

        ສ່ວນທ່ານເອກອັກຄະລັດຖະທູດ ກຳປູເຈຍ Chay Navuth ໄດ້ຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ສະພາແຫ່ງຊາດກຳປູເຈຍ ກິດຈະກຳເຮັດວຽກຂອງຄະນະເລຂາ ແລະ ບັນດາຄະນະກຳມາທິການສະພາແຫ່ງຊາດ ກຳປູເຈຍ; ພ້ອມທັງໃຫ້ຮູ້ວ່າ, ຄາດວ່າ ກິດຈະກຳດັ່ງກ່າວຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021, ຕົ້ນປີ 2022. ທ່ານເອກອັກຄະລັດຖະທູດກໍ່ຂອບໃຈສະພາແຫ່ງຊາດຫວຽດນາມ ທີ່ໄດ້ໜູນຊ່ວຍສະພາແຫ່ງຊາດ ກຳປູເຈຍ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຜ່ານມາ.

ຕອນບ່າຍວັນ 14 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ