ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ສ.ເກົາຫຼີ

(VOVWORLD) -ຫວຽດນາມ ຍາມໃດກໍປົກປ້ອງສິດຊັບສິນ, ປະຕິຮູບສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຈາກທຸກປະເທດໃນໂລກ ເຂົ້າມາລົງທຶນ ຢູ່ ຫວຽດນາມ.
ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Park No Wan (ພາບ: VGP)

       ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Park No Wan  ແລະ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ, ສະມາຄົມ ສ.ເກົາຫຼີ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 2 ເມສາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍປົກປ້ອງສິດຊັບສິນ, ປະຕິຮູບສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຈາກທຸກປະເທດໃນໂລກ ເຂົ້າມາລົງທຶນ ຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ຖືຜົນສຳເລັດຂອງວິສາຫະກິດທີ່ມີແຫຼ່ງເງິນລົງທຶນຈາກຕ່າງປະເທດເວົ້າລວມ, ບັນດາວິສາຫະກິດ ສ.ເກົາຫຼີ ເວົ້າສະເພາະ ແມ່ນຜົນສຳເລັດຂອງຕົນ. ເຖິງວ່າໂລກລະບາດໂຄວິດ - 19 ພວມຄຸກຄາມກໍຕາມ, ແຕ່ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ນັກລົງທຶນ ສ.ເກົາຫຼີ ເຂົ້າມາເຮັດວຽກດຢູ່ຫວຽດນາມ ດ້ວຍລະບຽບການທີ່ສະດວກທີ່ສຸດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພວມປະຕິບັດສຳເລັດເປົ້າໝາຍຄວບຄູ່, ໂດຍສະເພາະແມ່ນຄວບຄຸມໂລກລະບາດໄດ້ຢ່າງສຳເລັດ ແລະ ມຸ່ງໄປເຖິງການສຶກສາຄົ້ນຄວ້າເປີດປະຕູ ເພື່ອເຊື່ອມໂຍງເຂົ້າກັບສາກົນ.

        ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Park No Wan ເນັ້ນໜັກວ່າ, ໃນສະພາບການໂລກລະບາດໂຄວິດ - 19, ສ.ເກົາຫຼີ ຕີລາຄາສູງ ຫວຽດນາມ ທີ່ຄວບຄຸມໂລກລະບາດ ແລະ ປະຕິບັດເປົ້າໝາຍຄວບຄູ່ໄດ້ຢ່າງສຳເລັດ. ປີ 2022, ສອງປະເທດ ຈະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ, ສ.ເກົາຫຼີ ປາດຖະໜາວ່າ ສອງຝ່າຍຈະຈັດຕັ້ງການຢ້ຽມຢາມຂັ້ນສູງ, ຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ລັດຖະບານ ສ.ເກົາຫຼີ ກໍປາດຖະໜາວ່າ ເນື່ອງໃນໂອກາດນີ້ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບາງຂົງເຂດໃໝ່, ນັບທັງການປ້ອງກັນຄວາມສະຫງົບ. 

ຕອບກັບ

ຂ່າວ/ບົດ​ອື່ນ