ຫວຽດນາມ ຍາມໃດກໍ່ຮັບປະກັນວ່າປະຊາຊົນໄດ້ນຳໃຊ້ນ້ຳສະອາດ

(VOVWORLD) - ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 – 24 ມີນາ, ດ້ວຍ 5 ຫົວຂໍ້ສົນທະນາຕົ້ນຕໍເຊິ່ງລວມມີ: ນ້ຳເພື່ອສຸຂະພາບ; ນ້ຳເພື່ອການພັດທະນາແບບຍືນຍົງ; ນ້ຳສຳລັບດິນຟ້າອາກາດ, ຟື້ນຟູ ແລະ ສິ່ງແວດລ້ອມ; ນ້ຳສຳລັບການຮ່ວມມື ແລະ ທົດສະວັດການກະທຳກ່ຽວກັບນ້ຳ.
 
ຫວຽດນາມ ຍາມໃດກໍ່ຮັບປະກັນວ່າປະຊາຊົນໄດ້ນຳໃຊ້ນ້ຳສະອາດ - ảnh 1ພາບປະກອບ

ວັນທີ 22 ມີນາ, ຢູ່ນິວຢອກ, ປະເທດ ອາເມລິກາໄດ້ໄຂກອງປະຊຸມກ່ຽວກັບນ້ຳ ສປຊ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 – 24 ມີນາ, ດ້ວຍ 5 ຫົວຂໍ້ສົນທະນາຕົ້ນຕໍເຊິ່ງລວມມີ: ນ້ຳເພື່ອສຸຂະພາບ; ນ້ຳເພື່ອການພັດທະນາແບບຍືນຍົງ; ນ້ຳສຳລັບດິນຟ້າອາກາດ, ຟື້ນຟູ ແລະ ສິ່ງແວດລ້ອມ; ນ້ຳສຳລັບການຮ່ວມມື ແລະ ທົດສະວັດການກະທຳກ່ຽວກັບນ້ຳ. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍແຜນນະໂຍບາຍ, ມາດຕະການເພີ່ມທະວີການຄຸ້ມຄອງ, ປົກປ້ອງ, ຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແບບຍືນຍົງຢ່າງມີປະສິດທິຜົນ, ຮັບປະກັນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຕາມໂຄງການດຳເນີນງານ 2030.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການສືບຕໍ່ຮ່ວມມືກັບບັນດາປະເທດກ່ຽວກັບການແລກປ່ຽນ, ແບ່ງປັນຄວາມຮູ້, ບົດຮຽນໃນການຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນນ້ຳ; ເຂົ້າຮ່ວມບັນດາລາຍການເຄື່ອນໄຫວ, ຂໍ້ລິເລີ່ມຮ່ວມມືກ່ຽວກັບນ້ຳ; ເພີ່ມທະວີການຮ່ວມມື ແລະ ແບ່ງປັນຂໍ້ມູນຂ້າມຊາຍແດນ, ພິເສດແມ່ນບັນດາປະເທດມີແຫຼ່ງນ້ຳຮ່ວມ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກ ເພື່ອໂລກພັດທະນາແບບຍືນຍົງ.

        ຄາດວ່າ, ກອງປະຊຸມກ່ຽວກັບນ້ຳ ສປຊ ຈະຮັບຮອງເອົາໂຄງການກະທຳກ່ຽວກັບນ້ຳປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ