ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາຂັ້ນຕອນຂອງ UPR ຂອງ ສປຊ ກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຮັບຟັງບັນດານັກຊ່ຽວຊານ, ນັກຮຽນຮູ້ກ່ຽວກັບສິດທິມະນຸດແນະນຳໂດຍສັງເຂບ ກ່ຽວກັບກົນໄກ UPR; ສົ່ງຜົນກະທົບ, ຜົນສະທ້ອນຂອງກົນໄກທີ່ມີຕໍ່ ຫວຽດນາມ;
ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາຂັ້ນຕອນຂອງ UPR ຂອງ ສປຊ ກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ - ảnh 1
ການໂອ້ລົມສົນທະນາໂດຍ ກະຊວງຕຳຫຼວດຈັດຂຶ້ນ
(ພາບຈາກຄະນະຈັດຕັ້ງ)

ວັນທີ 21 ມີນາ, ຢູ່ແຂວງ ທ໋າຍງວຽນ, ກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດ ໄດ້ຈັດການໂອ້ລົມສົນທະນາ ກ່ຽວກັບກົນໄກກວດກາປະຈຳໄລຍະຂອງ ສປຊ ກ່ຽວກັບສິດທິມະນຸດ (UPR).

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຮັບຟັງບັນດານັກຊ່ຽວຊານ, ນັກຮຽນຮູ້ກ່ຽວກັບສິດທິມະນຸດແນະນຳໂດຍສັງເຂບ ກ່ຽວກັບກົນໄກ UPR; ສົ່ງຜົນກະທົບ, ຜົນສະທ້ອນຂອງກົນໄກທີ່ມີຕໍ່ ຫວຽດນາມ; ວິວັດການສ້າງ ແລະ ສະເໜີບົດລາຍງານທີ່ສະພາສິດທິມະນຸດ ສປຊ. ກົນໄກ UPR ແມ່ນໜຶ່ງໃນບັນດາກົນໄກສຳຄັນທີ່ສຸດ ຂອງສະພາສິດທິມະນຸດ ສປຊ, ດ້ວຍໜ້າທີ່ກວດກາຄືນສະພາບການສິດທິມະນຸດຢູ່ບັນດາປະເທດສະມາຊິກ  ສປຊ, ຜ່ານນັ້ນ, ຊຸກຍູ້ບັນດາປະເທດປະຕິບັດບັນດາໜ້າທີ່, ຄຳໝັ້ນສັນຍາກ່ຽວກັບສິດທິມະນຸດສຳລັບຫຼັກການໂອ້ລົມສົນທະນາ, ຮ່ວມມື, ສະເໝີພາບ, ໂປ່ງໄສ, ກະຈ່າງແຈ້ງຢ່າງຄົບຖ້ວນ.

        ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາຂັ້ນຕອນຂອງ UPR ໃນຕະຫຼອດ 18 ປີນັບແຕ່ເວລາກົນໄກ UPR ໄດ້ຮັບການສ້າງຕັ້ງໃນປີ 2006 ມາຮອດປະຈຸບັນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ເຊິ່ງ ຫວຽດນາມ ຮັບຮູ້ຢ່າງເຂັ້ມງວດ. ໂດຍຮັບຮູ້ໄດ້ຄວາມໝາຍຂອງກົນໄກ UPR, ກະຊວງຕຳຫຼວດ ຍາມໃດກໍ່ຖືເປັນສຳຄັນວິວັດການປະຕິບັດບັນດາຂໍ້ສະເໜີແນະ, ຖືນີ້ບໍ່ພຽງແຕ່ແມ່ນການປະຕິບັດຄວາມຮັບຜິດຊອບ, ໜ້າທີ່ຂອງກະຊວງຕຳຫຼວດ ໃນການວຽກງານຄຸ້ມຄອງລັດໃນຂົງເຂດຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພີ່ມທະວີການຮ່ວມມືສາກົນໃນຂົງເຂດປະຊາທິປະໄຕ, ສິດທິມະນຸດເທົ່ານັ້ນ; ຫາກຍັງແມ່ນໂອກາດເພື່ອໃຫ້ບັນດາອົງການ, ຫົວໜ່ວຍໃນກະຊວງຕຳຫຼວດ, ຕຳຫຼວດຢູ່ບັນດາທ້ອງຖິ່ນ ພິຈາລະນາຢ່າງຮອບດ້ານກ່ຽວກັບນະໂຍບາຍ, ກົດໝາຍກໍ່ຄືວິວັດການຕົວຈິງ ຮັບປະກັນສິດທິມະນຸດໃນວຽກງານຕຳຫຼວດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ