ຫວຽດ​ນາມ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດທິ​ມະ​ນຸດ, ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ

(VOVWORLD) -ທ່ານນາງ ຟ້າມທູຮັ່ງ ກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບອາເມລິກາ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈບົນພື້ນຖານກົງໄປກົງມາ, ເປີດເຜີຍ, ເຄົາລົບນັບຖືເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.


ຫວຽດ​ນາມ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດທິ​ມະ​ນຸດ, ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ - ảnh 1ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: tuoitre.vn)

ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ. ໂດຍຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ມໍ່ໆມານີ້ ອາເມລິກາໄດ້ນຳຫວຽດນາມເຂົ້າບັນຊີລາຍຊື່ຕິດຕາມພິເສດ ກ່ຽວກັບຄວາມເສລີການເຊື່ອຖືສາສະໜາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນສິດທິມະນຸດກໍ່ຄືສິດເສລີໃນການເຊື່ອຖືສາສະໜາຂອງ ປະຊາຊົນ. ສິ່ງນີ້ໄດ້ກຳນົດໃນລັດຖະທຳມະນູນ ປີ 2013, ບັນດາຂໍ້ກຳນົດຂອງກົດໝາຍ ຂອງ ຫວຽດນາມ ແລະ ໄດ້ຮັບການຮັບປະກັນໃນຕົວຈິງ. ໃນໄລຍະຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການສ້າງສຳເລັດລະບົບກົດໝາຍ, ນະໂຍບາຍກ່ຽວກັບຄວາມເຊື່ອຖືສາສະໜາ. ບັນດາຄວາມມານະພະຍາຍາມກໍ່ຄືຜົນສຳເລັດຂອງ ຫວຽດນາມກ່ຽວກັບການຮັບປະກັນສິດທິມະນຸດ, ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງປະຊາຊົນ ໂດຍປະຊາຄົມສາກົນຮັບຮູ້ໃນວົງກວ້າງ. ເລື່ອງ ອາເມລິກາ ນຳຫວຽດນາມ ເຂົ້າບັນຊີລາຍຊື່ຕ້ອງຕິດຕາມເປັນພິເສດກ່ຽວກັບທາງດ້ານສາສະໜາແມ່ນການຕີລາຄາຂາດພາວະວິໄສ ກໍ່ຄືບັນດາຂໍ້ມູນບໍ່ຊັດເຈນກ່ຽວກັບຄວາມເສລີທາງດ້ານສາສະໜາ, ການເຊື່ອຖືຂອງ ຫວຽດນາມ.

ທ່ານນາງ ຟ້າມທູຮັ່ງ ກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບອາເມລິກາ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈບົນພື້ນຖານກົງໄປກົງມາ, ເປີດເຜີຍ, ເຄົາລົບນັບຖືເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ