ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ແລະ ຄວາມ​​ຍຸ​ຕິ​ທຳທາງ​ສັງ​ຄົມ

(VOVWORLD) - ກອງປະຊຸມແຮງງານສາກົນ ແມ່ນກອງປະຊຸມປະຈຳປີ ໂດຍອົງການແຮງງານສາກົນ (ILO) ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ວົງການຜູ້ນຳໃຊ້ແຮງງານ ແລະ ວົງການຜູ້ອອກແຮງງານ ຂອງ 187 ປະເທດສະມາຊິກ.
ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ແລະ ຄວາມ​​ຍຸ​ຕິ​ທຳທາງ​ສັງ​ຄົມ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ວັນທີ 11 ມິຖຸນາ, ຢູ່ເຊີແນວ (ປະເທດສະວິດ), ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າ ໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ເຊີແນວ, ຕາງໜ້າໃຫ້ແກ່ ຫວຽດາມ ມີບົດກ່າວປາໄສ ທີ່ກອງປະຊຸມແຮງງານສາກົນຄັ້ງທີ 112.

ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຊຸກຍູ້ຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ, ຖືນີ້ ທັງແມ່ນເປົ້າໝາຍ, ໜ້າທີ່ ທັງແມ່ນມາດຕະການເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່, ບູລະນະລະບົບກົດໝາຍເພື່ອແນໃສ່ປັບປຸງລະບົບສະຫວັດດີການສັງຄົມ ແລະ ການໜູນຊ່ວຍສັງຄົມ, ຊຸກຍູ້ການແກ້ໄຂບັນຫາວຽກເຮັດງານທຳ ໃຫ້ມີຄຸນນະພາບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງຕະຫຼາດແຮງງານທີ່ມີປະສິດທິຜົນ, ຜ່ານນັ້ນ ປະກອບສ່ວນຮັບປະກັນການດຳລົງຊີວິດທີ່ອີ່ມໜຳສຳລານ ໃຫ້ແກ່ປະຊາຊົນໝົດທຸກຄົນ.

ກອງປະຊຸມແຮງງານສາກົນ ແມ່ນກອງປະຊຸມປະຈຳປີ ໂດຍອົງການແຮງງານສາກົນ (ILO) ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ວົງການຜູ້ນຳໃຊ້ແຮງງານ ແລະ ວົງການຜູ້ອອກແຮງງານ ຂອງ 187 ປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ