ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ພັດທະນາຢ່າງຮອບດ້ານໃຫ້ແກ່ປະຊາຊົນ, ໃນນັ້ນເອົາໃຈໃສ່ເຖິງ ກິລາລະ​ດັບ​ສູງ

(VOVWORLD) -ທີ່ການຕ້ອນຮັບກັບຄູຝຶກ Park Hang Seo, ການນຳສະຫະພັນກິລາບານເຕະ ຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນຕອນບ່າຍວັນທີ 8/2. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຕ້ອງພັດທະນາກິລາຢູ່ຫວຽດນາມຢ່າງຮອບດ້ານ ແລະ ສຸມໃສ່ພັດທະນາບາງ ປະເພດກິລາທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຄື: ບານເຕະ
ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ພັດທະນາຢ່າງຮອບດ້ານໃຫ້ແກ່ປະຊາຊົນ, ໃນນັ້ນເອົາໃຈໃສ່ເຖິງ ກິລາລະ​ດັບ​ສູງ - ảnh 1ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຄູຝຶກ Park Hang Seo

     ຕ້ອງພັດທະນາກິລາຢູ່ຫວຽດນາມຢ່າງຮອບດ້ານ ແລະ ສຸມໃສ່ພັດທະນາບາງ ປະເພດກິລາທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຄື: ບານເຕະ. ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ການຕ້ອນຮັບກັບຄູຝຶກ Park Hang Seo, ການນຳສະຫະພັນກິລາບານເຕະ ຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນຕອນບ່າຍວັນທີ 8/2.

      ຍ້ອງຍໍຊົມເຊີຍຄູຝຶກ Park Hang Seo ແລະ ບັນດານັກກິລາບານເຕະຊາຍໃນທິມຊາດ ຊຶ່ງໄດ້ເອົາຊະນະ ທີມຈີນ 3 ປະຕູຕໍ່ 1 ໃນການແຂ່ງຂັນເມື່ອວັນທີ 1 ກຸມພາ ແລະ ຄູຝຶກ ມາຍດຶກຈຸງ ພ້ອມດ້ວຍນັກກິລາບານເຕະຍິງຫວຽດນາມຊຶ່ງເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນໃນງານແຂ່ງຂັນບານເຕະຍິງໂລກ 2023, ທ່ານປະທານປະເທດ ຢືນຢັນວ່າ ການປະກອບສ່ວນ ແລະ ຜົນງານອັນໃຫຍ່ຫຼວງຂອງຄູຝຶກ Park Hang Seo ແລະ ຄູຝຶກ Mai Duc Chung ທີ່ມີຕໍ່ກິລາບານເຕະ ຫວຽດນາມ ໄດ້ຮັບການຮັບຮູ້ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານປະທານປະເທດຫວັງວ່າຄູຝຶກທັງສອງຈະສືບຕໍ່ເອົາໃຈໃສ່, ສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມກະຕືລືລົ້ນເພື່ອພັດທະນາກິລາບານເຕະຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ