ຫວຽດນາມ ຍູ້ແຮງການປະຕິຮູບເພື່ອລັດແຫ່ງການສ້າງສາ

(VOVWORLD) - ຫວຽດນາມ ຍູ້ແຮງການປະຕິຮູບເພື່ອລັດແຫ່ງການສ້າງສາ. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາປະກາດບົດລາຍງານປະຈຳປີ ກ່ຽວກັບເສດຖະກິດ ຫວຽດນາມ ປີ 2017 ຄັ້ງທີ 9,
ຫວຽດນາມ ຍູ້ແຮງການປະຕິຮູບເພື່ອລັດແຫ່ງການສ້າງສາ - ảnh 1 ກອງປະຊຸມສຳມະນາປະກາດບົດລາຍງານປະຈຳປີ ກ່ຽວກັບເສດຖະກິດ ຫວຽດນາມ ປີ 2017 ຄັ້ງທີ 9

ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (VEPR) ມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ສົມທົບກັບສະຖາບັນ riedrich Nauman Foundation (FNF) ຢູ່ ຫວຽດນາມ ຈັດຕັ້ງ ໃນຕອນເຊົ້າວັນທີ 16/6 ຢູ່ ຮ່າໂນ້ຍ. ທີ່ກອງປຊຸມສຳມະນາ, ທ່ານຮອງສາສະດາຈານ, ປະລິຍາເອກ ຫງວຽນຈຸກເລ, ອະທິການບໍດີ ມະຫາວິທະຍາໄລເສດຖະກິດໃຫ້ຮູ້ວ່າ: ຈຸດພິເສດຂອງບົດລາຍງານແມ່ນການຄົ້ນຄ້ວາທີ່ມີລັກສະນະພາວະວິໄສ, ເອກະລາດ; ການຄົ້ນຄ້ວາອີງບົນພະຍານຫຼັກຖານ; ຜົນແຫ່ງການຄົ້ນຄ້ວາບັນດາບັນຫາໄລຍະສັ້ນແຕ່ໃນວິໄສທັດໄລຍະກາງ ແລະ ໄລຍະຍາວ, ດ້ວຍໂຄງສ້າງເປັນເອກະພາບພໍສົມຄວນ.

        ທີ່ກອງປະຊຸມສຳມະນາ, ທ່ານ Ruediger Vincent Graichen, ຜູ້ອຳນວຍການສະຖາບັນ riedrich Nauman Foundation (FNF) ຢູ່ ຫວຽດນາມ, ເນັ້ນໜັກວ່າ, ຄັງ FNF ຈະໜູນຊ່ວຍເລື່ອງພິມຈຳໜ່າຍບັນດາ ບົດລາຍງານປະຈຳປີ ກ່ຽວກັບເສດຖະກິດ ຫວຽດນາມ ແລະ ເຊື່ອໝັ້ນວ່າ, ບັນດາບົດລາຍງານນີ້ຈະປະກອບສ່ວນຢ່າງຕັ້ງໜ້າໃນວິວັດແຫ່ງການວາງແຜນນະໂຍບາຍ ແລະ ຊ່ວຍສົ່ງເສີມການໂຕ້ວາທີກ່ຽວກັບບັນດາບັນຫາພັດທະນາຈຸດສຸມ ເຊິ່ງພື້ນຖານເສດຖະກິດ ຫວຽດນາມ ພວມຕ້ອງປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ