ຫວຽດ​ນາມ ຍູ້​ແຮງ​ການ​ສື່​ສານ​ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ

(VOVWORLD) -ແຜນຮ່າງໂຄສະນາກ່ຽວກັບກົດໝາຍ ວ່າດ້ວຍສິດທິມະນຸດສາກົນ, ໃນນັ້ນ ມີຄວາມເອົາໃຈໃສ່ເປັນພິເສດເຖິງ ສົນທິສັນຍາສາກົນ ພື້ນຖານ 7 ສະບັບກ່ຽວກັບສິດທິມະນຸດ ເຊິ່ງຫວຽດນາມ ເປັນປະເທດສະມາຊິກ.
ຫວຽດ​ນາມ ຍູ້​ແຮງ​ການ​ສື່​ສານ​ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ - ảnh 1ພາບປະກອບ: TTXVN

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານ ແຜນຮ່າງສື່ສານກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ ໄລຍະ 2023 – 2028. ແຜນຮ່າງໄດ້ປະຕິບັດຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ. ຢູ່ຕ່າງປະເທດ, ແຜນຮ່າງໄດ້ຄັດເລືອກຈັດຕັ້ງການສື່ສານໂດຍກົງ ແລະ ແບບທາງໄກ ມຸ່ງໄປເຖິງບາງທ້ອງຖິ່ນທີ່ມີຊາວຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ, ບາງທ້ອງຖິ່ນ ໃຫ້ບຸລິມະສິດພັດທະນາການພົວພັນຕ່າງປະເທດຂອງພັກ ແລະ ລັດ, ສຳນັກງານໃຫຍ່ຂອງບັນດາອົງການສິດທິມະນຸດ ສາກົນຄື: ນິວຢອກ (ອາເມລິກາ), ເຊີແນວ (ສະວິດ), ບາງກອກ (ໄທ)… ເປົ້າໝາຍຂອງແຜນຮ່າງແມ່ນ ສື່ສານກ່ຽວກັບສິດທິມະນຸດເພື່ອແນໃສ່ສ້າງການຫັນປ່ຽນໃນຄວາມຮັບຮູ້, ຄວາມເຂົ້າໃຈຂອງທົ່ວສັງຄົມກ່ຽວກັບສິດທິມະນຸດ, ມີຂໍ້ມູນຂ່າວຢ່າງຄົບຖ້ວນຊ່ວຍໃຫ້ປະຊາຊົນພາຍໃນປະເທດ, ພໍ່ແມ່ປະຊາຊົນຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ເຂົ້າໃຈແຈ້ງກ່ຽວກັບທັດສະນະ, ແຜນນະໂຍບາຍ, ຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ໃນວຽກງານປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນຂົງເຂດສິດທິມະນຸດ ໃນຂອບເຂດພາຍໃນປະເທດ, ພາກພື້ນ ແລະ ໃນທົ່ວໂລກ.

ພິເສດ, ກ່ຽວກັບການພົວພັນຕ່າງປະເທດ, ແຜນຮ່າງໄດ້ສູ້ຊົນປະຕິບັດສຳເລັດຂໍ້ສະເໜີແນະຂອງສາກົນ ກ່ຽວກັບການເພີ່ມທະວີການສື່ສານ, ຍົກສູງຄວາມຮັບຮູ້ກ່ຽວກັບສິດທິມະນຸດ ທີ່ລັດຖະບານ ຫວຽດນາມ ໄດ້ຕົກລົງຮັບເອົາ, ລວມມີບັນດາການສະເໜີແນະຕາມກົນໄກກວດສອບປະຈຳໄລຍະທົ່ວໄປ (UPR) ຂອງສະພາສິດທິມະນຸດ ສປຊ ຮອບວຽນທີ III. ແຜນຮ່າງໂຄສະນາກ່ຽວກັບກົດໝາຍ ວ່າດ້ວຍສິດທິມະນຸດສາກົນ, ໃນນັ້ນ ມີຄວາມເອົາໃຈໃສ່ເປັນພິເສດເຖິງ ສົນທິສັນຍາສາກົນ ພື້ນຖານ 7 ສະບັບກ່ຽວກັບສິດທິມະນຸດ ເຊິ່ງຫວຽດນາມ ເປັນປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ