ຫວຽດນາມ ດຶງດູດທຶນ FDI ເພີ່ມຂຶ້ນ 7,7% ໃນ 9 ເດືອນປີນີ້

(VOVWORLD) - ທັງໝົດຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ ສືບຕໍ່ຮັກສາລະດັບແຖວໜ້າໃນຫຼາຍປີລຽນຕິດດ້ວຍຍອດເງິນລົງທຶນບັນລຸກ່ວາ 14 ຕື້ໂດລາສະຫະລັດ, ກວມເອົາກ່ວາ 69% ຍອດທຶນຈົດທະບຽນ ແລະ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕາມກົມການລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ແລ້ວ, ໄລ່ຮອດວັນທີ 20 ກັນຍາ, ຍອດເງິນລົງທຶນຈາກຕ່າງປະເທດ (FDI) ໄດ້ຈົດທະບຽນເຂົ້າ ຫວຽດນາມ ບັນລຸກ່ວາ 20,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກນີ້ແມ່ນຄິດໄລ່ທັງທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊື້ຫຸ້ນສ່ວນທຶນຂອງບັນດານັກລົງທຶນຕ່າງປະເທດ. ໃນ 9 ເດືອນຜ່ານມາ, ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 18 ຂະແໜງໃນຍອດຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ທັງໝົດຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ ສືບຕໍ່ຮັກສາລະດັບແຖວໜ້າໃນຫຼາຍປີລຽນຕິດດ້ວຍຍອດເງິນລົງທຶນບັນລຸກ່ວາ 14 ຕື້ໂດລາສະຫະລັດ, ກວມເອົາກ່ວາ 69% ຍອດທຶນຈົດທະບຽນ ແລະ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ຽວກັບຈຳນວນໂຄງການໃໝ່, ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງກໍ່ແມ່ນຂະແໜງນຳໜ້າກ່ຽວກັບຈຳນວນໂຄງການໃໝ່ ຂະນະໄດ້ກວມເຖິງ 32,6%, ສ່ວນໂຄງການດັດປັບ ທຶນກວມກ່ວາ 56%. ຂະແໜງຊື້ຂາຍ, ຂາຍຍ່ອຍນຳໜ້າກ່ຽວກັບການທຸລະກຳການປະກອບທຶນຊື້ຫຸ້ນເມື່ອກວມເອົາ 41,4%.

ຕອບກັບ

ຂ່າວ/ບົດ​ອື່ນ