ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດກ່ວາ 21 ຕື້ USD

(VOVWORLD) -  9 ເດືອນຜ່ານມາ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ.

   ຕາມກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ແລ້ວ, ໄລ່ຮອດວັນທີ 20 ກັນຍາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ (FDI) ເຂົ້າ ຫວຽດນາມ ບັນລຸ 21,2 ຕື້ USD, ເທົ່າກັບ 81,1% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

        ໃນນັ້ນ, ມີໂຄງການໃໝ່ກ່ວາ 1.900 ໂຄງການໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 10 ຕື້ USD.

        ຕາມກົມລົງທຶນຕ່າງປະເທດແລ້ວ, ເຖິງວ່າກະແສເງິນລົງທຶນ FDI ເຂົ້າ ຫວຽດນາມ ຫລຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍກໍ່ຕາມ, ແຕ່ເບິ່ງລວມແລ້ວ ສະພາບການລົງທຶນທົ່ວໂລກກໍ່ຊຸດໂຊມຢ່າງແຮງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ນັ້ນ ໝາກຜົນດຶງດູດການລົງທຶນ FDI ຂອງ ຫວຽດນາມ ກໍ່ຍັງດີກ່ວາຫລາຍປະເທດອື່ນ.

        9 ເດືອນຜ່ານມາ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ. ສິງກະໂປ ນຳໜ້າ ຖັດມາແມ່ນ ສ.ເກົາຫຼີ, ອັນດັບທີ 3 ແມ່ນ ຈີນ ແລະ ຕໍ່ຈາກນັ້ນແມ່ນແມ່ນ ຍີ່ປຸ່ນ, ໄທ, ໄຕ້ຫວັນ (ຈີນ)…/.

ຕອບກັບ

ຂ່າວ/ບົດ​ອື່ນ