ຫວຽດນາມ ດຶງດູດແຂກທ່ອງທ່ຽວ ສ.ເກົາຫຼີ ເປັນຈຳນວນຫລວງຫລາຍ

(VOVWORLD) - ວັນທີ 10 ມິຖຸນາ, ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຈຳນວນແຂກທ່ອງທ່ຽວ ສ.ເກົາຫຼີ ມາທ່ຽວ ຫວຽດນາມ ໄດ້ເພີ່ມຂຶ້ນເປັນລະດັບເປັນໜ້າປະທັບໃຈ. 

ປີ 2018 ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ ເກືອບ 3,5 ລ້ານເທື່ອຄົນ, 5 ເດືອນຕົ້ນປີ 2019, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ ກ່ວາ 1,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 22,4 % ເມື່ອທຽບໃສ່ໄລຍະດຽວກັນປີ 2018.

        ເພື່ອສືບຕໍ່ຮັກສາທ່າເຕີບໂຕຂອງແຂກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ ແລະ ປະກອບສ່ວນບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນໃນປີ 2019 ປະສົບຜົນສຳເລັດນັ້ນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອັກທ້ຽນ ຈະນຳໜ້າຄະນະຜູ້ແທນຂະແໜງທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ ຢ່າງເປັນທາງການ ແລະ ຈັດຕັ້ງລາຍການແນະນຳວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ. ລາຍການດັ່ງກ່າວຈະດຳເນີນແຕ່ວັນທີ 25 – 30 ມິຖຸນາ ຢູ່ນະຄອນ ເຊີອຸນ ແລະ Daegu.

 

ຕອບກັບ

ຂ່າວ/ບົດ​ອື່ນ