ຫວຽດ​ນາມ ດ້ວຍ​ຜົ​ນ​ສຳ​ເລັດ​ມະ​ຫັດ​ສະ​ຈັນ​ຂອງ ຍຸກ​ສະ​ໄໝ

(VOVWORLD) -ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ແມ່ນສັນຍານ ແລະ ຜົນສຳເລັດຂອງຍຸກສະໄໝ, ໃນນັ້ນ ຕ້ອງເວົ້າເຖິງບົດບາດຂອງປະເທດເຈົ້າພາບ ຫວຽດນາມ ດ້ວຍການຊຸກຍູ້ການຮ່ວມມືໃນກຸ່ມການຄ້າເສລີໃຫຍ່ທີ່ສຸດໃນໂລກ ໃນໄລຍະຜ່ານມາ.
ຫວຽດ​ນາມ ດ້ວຍ​ຜົ​ນ​ສຳ​ເລັດ​ມະ​ຫັດ​ສະ​ຈັນ​ຂອງ ຍຸກ​ສະ​ໄໝ - ảnh 1ໜັງສືພິມ ປີຣາມິດ ຂອງ ເອຢິບ  ສະບັບອອກວັນທີ 23 ພະຈິກ (ພາບ: Ahram)

ໃນບົດຂຽນ “ຫວຽດນາມ ນຳໜ້າກຸ່ມການຄ້າເສລີໃຫຍ່ທີ່ສຸດ” ໃນໜັງສືພິມ ປີຣາມິດ ຂອງ ເອຢິບ ສະບັບອອກໃນວັນທີ 23 ພະຈິກ, ນັກຄົ້ນຄວ້າ ອາຊີ  Kamal Gaballa  ຖືວ່າ: ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ແມ່ນສັນຍານ ແລະ ຜົນສຳເລັດຂອງຍຸກສະໄໝ, ໃນນັ້ນ ຕ້ອງເວົ້າເຖິງບົດບາດຂອງປະເທດເຈົ້າພາບ ຫວຽດນາມ ດ້ວຍການຊຸກຍູ້ການຮ່ວມມືໃນກຸ່ມການຄ້າເສລີໃຫຍ່ທີ່ສຸດໃນໂລກ ໃນໄລຍະຜ່ານມາ. ພາຍຫຼັງການເຈລະຈາມາເປັນເວລາ 30 ຮອບ ໃນໄລຍະເວລາ 8 ປີ, ການນຳຂອງ 15 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ວິສາຫະກິດຂອງບັນດາປະເທດສະມາຊິກ. ສຳລັບ ຫວຽດນາມ, ສັນຍາສະບັບດັ່ງກ່າວ ຈະຊຸກຍູ້ການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ອະນຸຍາດໃຫ້ບັນດາສະມາຊິກກາຍເປັນບັນດາຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ, ເຂັ້ມແຂງໃນການຊຸກຍູ້ການຮ່ວມມືເພື່ອວັດທະນາຖາວອນລວມ. ສັນຍາສະບັບດັ່ງກ່າວ ກໍຊີ້ໃຫ້ເຫັນຢ່າງເດັ່ນຊັດກ່ຽວກັບຄຳໝັ້ນສັນຍາຢ່າງແຮງ ແລະ ຢຶດໝັ້ນຊຸກຍູ້ການຫັນເສດຖະກິດເປັນເສລີ ແລະ ເຊື່ອມໂຍງລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື.

 ງອັກແທກ - ນັກຂ່າວ VOV ປະຈຳ ເອຢິບ.


 

ຕອບກັບ

ຂ່າວ/ບົດ​ອື່ນ