ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ

(VOVWORLD) - ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ, ໃນນັ້ນ ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນປີ 2020 ແລະ ເດືອນເມສາປີ 2021. ດ້ວຍຄວາມຮັບຜິດຊອບສູງ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໜ້າທີ່ວຽກງານ ເພື່ອກຽມພ້ອມດຳລົງຕຳແໜ່ງນີ້ໃຫ້ເປັນຢ່າງດີ.
ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ - ảnh 1 ຄະນະຫວຽດນາມດີໃຈ ເມື່ອໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

        ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ບັນດາບຸລິມະສິດຂອງຫວຽດນາມ ໃນເດືອນດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ນັ້ນແມ່ນ:

        “ບຸລິມະສິດທີ 1 ຂອງຫວຽດນາມໃນເດືອນເປັນປະທານ ແມ່ນປະຕິບັດບົດບາດບໍລິຫານໃຫ້ເປັນຢ່າງດີ, ເຮັດແນວໃດເພື່ອໃຫ້ສະພາບຄວາມໝັ້ນຄົງ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນໃຫ້ເປັນຢ່າງດີ. ບຸລິມະສິດທີ 2 ແມ່ນ ເສີມຂະຫຍາຍບົດບາດເປັນປະທານ, ຍົກສູງຄວາມຮັບຮູ້ຂອງປະຊາຄົມສາກົນ ກ່ຽວກັບຄວາມສຳຄັນຂອງກົດບັດ ສປຊ ໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ຄວາມສຳຄັນຂອງການເຄົາລົບກົດໝາຍ, ເຄົາລົບກົດບັດ ສປຊ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ. ບຸລິມະສິດທີ 3 ແມ່ນ ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ອາຊຽນ.”

ຕອບກັບ

ຂ່າວ/ບົດ​ອື່ນ