ຫວຽດນາມ ຕົກລົງຮັບຮອງເອົາເກືອບ 83% ຂໍ້ສະເໜີແນະໃນຂອບເຂດກົນໄກ UPR ຮອບວຽນ III ກ່ຽວກັບສິດທິມະນຸດ

(VOVWORLD) -ສະພາສິດທິມະນຸດ ສປຊ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາໝາກຜົນຂອງບົດລາຍງານ UPR ຮອບວຽນທີ 3 ຂອງຫວຽດນາມ.

ຫວຽດນາມ ຕົກລົງຮັບຮອງເອົາເກືອບ 83% ຂໍ້ສະເໜີແນະໃນຂອບເຂດກົນໄກ UPR ຮອບວຽນ III ກ່ຽວກັບສິດທິມະນຸດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ (ພາບ:TTXVN)

ວັນທີ 04 ກໍລະກົດ ຢູ່ ເຊີແນວ ປະເທດ ສະວິດ, ໃນຂອບເຂດກອງປະຊຸມຄັ້ງທີ 41 ສະພາສິດທິມະນຸດ ສປຊ ໄດ້ດໍາເນີນກອງປະຊຸມຜ່ານບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກສໍາຫຼວດກວດກາປະຈໍາໄລຍະ (UPR) ຮອບວຽນທີ 3. ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ໂດຍເລີ່ມມາຈາກມູນເຊື້ອປະຫວັດສາດຂອງຊາດຫວຽດນາມໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ເປົ້າໝາຍລຸລ່ວງຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືປະຊາຊົນເປັນໃຈກາງ ໃນທຸກນະໂຍບາຍ ແລະ ການກະທໍາ.

        ທ່ານເລຮວ່່າຍຈູງ ກໍແຈ້ງໃຫ້ ສະພາສິດທິມະນຸດ ສປຊ ຮັບຊາບ ກ່ຽວກັບເລື່ອງຫວຽດນາມ ຮັບຮອງເອົາ 241 ໃນຈໍານວນ 291 ຂໍ້ສະເໜີແນະ ເຊິ່ງບັນດາປະເທດໄດ້ວາງອອກ, ບັນລຸອັດຕາເກືອບ 83% ລວມທັງບັນດາເນື້ອໃນສໍາຄັນ, ຮອບດ້ານຂອງວຽກງານຮັບປະກັນສິດທິມະນຸດ.

        ສິ້ນສຸດກອງປະຊຸມ, ສະພາສິດທິມະນຸດ ສປຊ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາໝາກຜົນຂອງບົດລາຍງານ UPR ຮອບວຽນທີ 3 ຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ