ຫວຽດນາມ ຕັ້ງໜ້າກະກຽມເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) - ວັນທີ 10 ກຸມພາ, ທີ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ໄຂຊຸດຝຶກອົບຮົມຄູສອນນຳໃຊ້ພາຫະນະປະເພດໜັກທະຫານຊ່າງແສງໃນຂອບເຂດໂຄງການຮ່ວມມື 3 ຝ່າຍ (TPP) ປີ 2020 ຂອງສະຫະປະຊາຊາດ.

        ຊຸດຝຶກອົບຮົມດຳເນີນແຕ່ວັນທີ 10 ກຸມພາ - ວັນທີ 14 ມີນາ 2020 ແນໃສ່ຖ່າຍທອດ, ຍົກລະດັບຄວາມຮູ້, ທັກສະການນຳໃຊ້, ບຳລຸງຮັກສາ, ແກ້ໄຂການຕິດຂັດຂອງບັນດາພາຫະນະປະເພດໜັກຂອງທະຫານຊ່າງແສງໃຫ້ແກ່ບັນດາສຳມະນາກອນຂອງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ອາຊີ. ຜ່ານນັ້ນ, ໜູນຊ່ວຍຍົກສູງກຳລັງຄວາມສາມາດຜັນຂະຫຍາຍການເຄື່ອນໄຫວຂອງກົມກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ບໍລິເວນຄະນະປະຕິບັດງານແຫ່ງສະຫະປະຊາຊາດຢ່າງວ່ອງໄວ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ