ຫວຽດນາມ ຕັ້ງໜ້າກະກຽມເນື້ອໃນຊຸກຍູ້ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ໃນ ອາຊຽນ

(VOVWORLD) -  “ຫວຽດນາມ ຕັ້ງໜ້າກະກຽມເນື້ອໃນຊຸກຍູ້ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ໃນ ອາຊຽນ”. 

       ນີ້ແມ່ນຄໍາຢັ້ງຢືນຂອງທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃນຕອນບ່າຍວັນທີ 26 ສິງຫາ ຢູ່ຮ່າໂນ້ຍ. ຕາມທ່ານລັດຖະມົນຕີແລ້ວ, ດ້ວຍຄວາມຮັບຜິດຊອບກະກຽມໃຫ້ແກ່ປີຫວຽດນາມເປັນປະທານ ອາຊຽນໃນປີ 2020, ຂະແໜງວັດທະນະທໍາ-ສັງຄົມ ໄດ້ມີການປຶກສາຫາລື ແລະ ເຫັນດີເປັນເອກະພາບກັນບັນດາເນື້ອໃນເຄື່ອນໄຫວຂອງຕົນ ໂດຍສຸມໃສ່ 2 ບັນຫາໃຫຍ່ຄື:

        “ທີໜຶ່ງແມ່ນເນື້ອໃນກ່ຽວຂ້ອງເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃນນັ້ນ ປັບຕົວໃຫ້ເໝາະສົມກັບການປະຕິວັດອຸດສາຫະກໍາ 4.0 ກໍຄື ສັນຍາ MNP (ສັນຍາວ່າດ້ວຍການເຄື່ອນຍ້າຍ ບຸກຄົນວິຊາຊີບ, ແຮງງານສີມື ອາຊຽນ) ໃນສະພາບການໃໝ່. ທີສອງແມ່ນສຸມໃສ່່ບັນຫາທີ່ມີລັກສະນະຍຸດທະສາດ, ບັນຫາພັດທະນາສັງຄົມ ເພື່ອໃຫ້ປະຊາຊົນທຸກຄົນ ໄດ້ຊົມໃຊ້ສິດຮັບປະກັນຊີວິດການເປັນຢູ່ໄດ້ເປັນຢ່າງດີທີ່ສຸດ, ສ້າງການພັດທະນາແບບຍືນຍົງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ບັນດາເນື້ອໃນດັ່ງກ່າວ ຈະໄດ້ສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 , 37  ແລະ ສະເໜີຕໍ່ຖະແຫຼງການຂັ້ນສູງ”.

ຫວຽດນາມ ຕັ້ງໜ້າກະກຽມເນື້ອໃນຊຸກຍູ້ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ໃນ ອາຊຽນ - ảnh 1 ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: laodongxahoi.net)

        ຕີລາຄາກ່ຽວກັບບັນດາເນື້ອໃນຮ່ວມມືດ້ານວັດທະນະທໍາ-ສັງຄົມ ໂດຍຫວຽດນາມ ໄດ້ເລືອກເຟ້ັນໃຫ້ແກ່ປີເປັນປະທານ ອາຊຽນ 2020, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຮູ້ວ່າ:

        “ການເລືອກເຟັ້ນຂອງຫວຽດນາມ ແມ່ນຖືກຕ້ອງທີ່ສຸດ ເມື່ອຖືການພັດທະນາແຫຼ່ງຊັບພະຍາກອນມະນຸດເປັນສໍາຄັນ. ກ່ຽວກັບສະຫວັດດີການສັງຄົມຂອງປະຊາຊົນກໍມີຄວາມສໍາຄັນທີ່ສຸດ ເພາະວ່າ ອາຊຽນ ເລີ່ມກ້າວເຂົ້າສູ່ຍຸກສະໄໝພົນລະເມືອງອາຍຸສູງກວມເອົາສ່ວນຫຼາຍ ແລະ ເຂົາເຈົ້າຕ້ອງການໄດ້ຊົມໃຊ້ບັນດາສະຫວັດດີການສັງຄົມ”.

        ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ປາດຖະໜາວ່າ ເລື່ອງສ້າງແຜນການດໍາເນີນງານຂອງຖະແຫຼງການວ່າດ້ວຍການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງ ອາຊຽນ ໃນປີ  ຫວຽດນາມ ຮັບໜ້າທີ່ເປັນປະທານນັ້ນ ຈະມີຄວາມກ່ຽວພັນກັນຢ່າງແໜ້ນແຟ້ນກັບແຜນການດໍາເນີນງານຂອງຖະແຫຼງການວ່າດ້ວຍ ອະນາຄົດຂອງວຽກເຮັດງານທໍາ ທີ່ລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາຢູ່ສິງກະໂປກ່ອນໜ້ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ