ຫວຽດນາມ ຕັ້ງໜ້າກະກຽມໃຫ້ແກ່ AIPA 41

(VOVWORLD) -ບັນດາສະມາຊິກຂອງຄະນະຊີ້ນຳໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ການໄຂກອງປະຊຸມ AIPA 41 ແລະ ບັນດາການເຄື່ອນໄຫວຕົ້ນຕໍ
ຫວຽດນາມ ຕັ້ງໜ້າກະກຽມໃຫ້ແກ່ AIPA 41 - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ)

ຕອນເຊົ້າວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳແຫ່ງຊາດ, ຄະນະຈັດຕັ້ງ AIPA 41.

        ທີ່ກອງປະຊຸມນີ້, ບັນດາສະມາຊິກຂອງຄະນະຊີ້ນຳໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ການໄຂກອງປະຊຸມ AIPA 41 ແລະ ບັນດາການເຄື່ອນໄຫວຕົ້ນຕໍຄື: ວາລະໄຂກອງປະຊຸມ, ວາລະປະຊຸມຄົບຄະນະຄັ້ງທີ 1, ກອງປະຊຸມຄະນະກຳມາທິການເສດຖະກິດ, ຄະນະກຳມາທິການສັງຄົມ, ກອງປະຊຸມສະມາຊິກລັດຖະສະພາຍິງໜຸ່ມ, ວາລະອັດກອງປະຊຸມ ແລະ ພິທີມອບຮັບຕຳແໜ່ງປະທານ AIPA. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ.

        “ຂ້າພະເຈົ້າສະເໜີວ່າ ຄວນສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກເພື່ອກະກຽມຢ່າງໃກ້ຊິດຕິດແທດກັບສະພາບການຂອງໂລກ ແລະ ພາກພື້ນ. ມານະພະຍາຍາມສືບທອດໝາກຜົນຂອງກອງປະຊຸມອາຊຽນ 36 ດ້ວຍບັນດາບັນຫາແກ່ນສານທີ່ໄດ້ປະຕິບັດໃຫ້ເປັນຢ່າງດີຄື ກົນໄກພົບປະລະຫວ່າງ AIPA ແລະ ອາຊຽນ. ບົນພື້ນຖານນັ້ນ, ບວກກັບອັບເດດສະພາບການໃໝ່ ເຮັດແນວໃດເພື່ອປະຕິບັດມະຕິໃນຄັ້ງນີ້ໃຫ້ໄດ້ ແລະ ມານະພະຍາຍາມໃນບົດບາດນຳພາວຽກງານຮັບມືກັບໂລກລະບາດ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຢ່າງສູງຈາກບັນດາປະເທດ”.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ດ້ວຍຄວາມຕັດສິນໃຈປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການເປັນປະທານ AIPA 41, ສະພາແຫ່ງຊາດຫວຽດນາມ ໄດ້ດັດປັບ ແລະ ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍໃນລະຫວ່າງວັນທີ 08 – 10 ກັນຍາ 2020, ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ