ຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມື ໃຕ້ - ໃຕ້

(VOVWORLD) -ກອງປະຊຸມຂັ້ນສູງຂອງ ສະຫະປະຊາຊາດຄັ້ງທີ 2  ກ່ຽວກັບການຮ່ວມມື ໃຕ້ - ໃຕ້. ກອງປະຊຸມໄດ້ດໍາເນີນໃນລະຫວ່າງວັນທີ 20 – 22 ມີນາ 2019, ຢູ່ Buenos Aires (ອາກຊັງຕີນ)

ວັນທີ 20 ມີນາ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສະຫະປະຊາຊາດຄັ້ງທີ 2  ກ່ຽວກັບການຮ່ວມມື ໃຕ້ - ໃຕ້. ກອງປະຊຸມໄດ້ດໍາເນີນໃນລະຫວ່າງວັນທີ 20 – 22 ມີນາ 2019, ຢູ່ Buenos Aires (ອາກຊັງຕີນ).

        ດ້ວຍຫົວຂໍ້ວ່າ “ບົດບາດຂອງການຮ່ວມມືໃຕ້ - ໃຕ້ ແລະ ເລື່ອງປະຕິບັດໂຄງການດໍາເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ: ກາລະໂອກາດ  ແລະ ສິ່ງທ້າທາຍ”, ກອງປະຊຸມຕີລາຄາກ່ຽວກັບວິວັດທະນາການ 10 ປີ ແຫ່ງການຜັນຂະຫຍາຍແຜນການເຄື່ອນໄຫວ Buenos Aires (BAPA) ກ່ຽວກັບການຊຸກຍູ້ ແລະ ປະຕິບັດການຮ່ວມມືດ້ານເຕັກນິກ ລະຫວ່າງບັນດາປະເທດພວມພັດທະນາ ແລະ ວາງອອກບັນດາທິດທາງການຮ່ວມມື ໃຕ້-ໃຕ້ ໃນໄລຍະຈະມາເຖິງ. ເມື່ອເຕື້ອງເຖິງການເຂົ້າຮ່ວມຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ:

        “ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນຄໍາໝັ້ນສັນຍາ, ການສະໜັບສະໜູນຂອງຫວຽດນາມ ສໍາລັບການຮ່ວມມື ໃຕ້-ໃຕ້; ເນັ້ນໜັກເຖິງການເຂົ້າຮ່ວມຂອງຫວຽດນາມ ແລະ ການປະກອບສ່ວນຂອງຫວຽດນາມເຂົ້າໃນການຮ່ວມມືໃຕ້ - ໃຕ້. ນີ້ກໍແມ່ນໂອກາດເພື່ອໂຄສະນາຜົນງານທີ່ບັນລຸໄດ້ໃນກິດຈະການປ່ຽນແປງໃໝ່, ແບ່ງປັນບົດຮຽນທີ່ບັນລຸຜົນສໍາເລັດຂອງຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ”.

ໃນຂະນະເຂົ້າຮ່ວມກອງປະຊຸມ, ຄາດວ່າຄະນະຜູ້ແທນຫວຽດນາມ ໂດຍທ່ານ ບຸ່ຍແທັງເຊີນ ນໍາໜ້າ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສສໍາລັບໃນກອງປະຊຸມຄົບຄະນະ ແລະ ເຂົ້າຮ່ວມການປຶກສາຫາລືຢູ່ບັນດາການໂອ້ລົມສົນທະນາ, ການເຈລະຈາ ທີ່ຖືກຈັດຂຶ້ນເນື່ອງໃນໂອກາດຈັດຕັ້ງກອງປະຊຸມນີ້;  ພ້ອມທັງມີບັນດາການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ ແລະ ບັນດາການເຄື່ອນໄຫວອື່ນໆອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ