ຫວຽດ​ນາມ ຕັ້​ງ​ໜ້​າ​ຊ່ວຍ​ໜູນ​ບັນ​ດາ​ປະ​ເທດ​ ໃນ​ປ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ເພື່ອຊ່ວຍໜູນບັນດາປະເທດໃນພາກພື້ນ ແລະ ໃນໂລກຜ່ານຜ່າຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid – 19 ຫວຽດນາມໄດ້ມີບັນດາການກະທຳທີ່ແທດຈິງ, ຊ່ວຍໜູນ ອຸປະກອນການແພດຫຼາຍຢ່າງ.
ຫວຽດ​ນາມ ຕັ້​ງ​ໜ້​າ​ຊ່ວຍ​ໜູນ​ບັນ​ດາ​ປະ​ເທດ​ ໃນ​ປ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1 ທ່ານບຸຍແທັງເຊີນຮອງລັດຖະມົນຕີກະຊວງຜູ້ປະຈຳການກະຊວງການຕ່າງປະເທດມອບອຸປະກອນການແພດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ແກ່ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: TTXVN)

ຫວຽດນາມໄດ້ມອບອຸປະກອນການແພດໃຫ້ແກ່ລາວ ແລະ ກຳປູເຊຍເຊິ່ງລວມມີ ຊຸດກັນເຊື້ອ, ຜ້າອັດປາກ - ດັງ, ລະບົບວິໄຈພ້ອມກັບຊຸດວິໄຈ ຫາເຊື້ອໄວຣັດ SARS – CoV – 2 ທີ່ມີມູນຄ່າ 7 ຕື້ກ່ວາດົ່ງໃຫ້ແກ່ບັນດາປະເທດ. ພ້ອມກັນນັ້ນ ຫວຽດນາມກໍ່ໄດ້ມອບອຸປະກອນການແພດເພື່ອວິໄຈ 500 ເຄື່ອງ, ມອບເງິນ 50.000 USD ໃຫ້ແກ່ ມຽນມາເພື່ອຕ້ານ Covid – 19, ມອບເຂົ້າສານ 5000ໂຕນໃຫ້ແກ່ກູບາ.   

       ສະເພາະປະເທດຈີນ ຫວຽດນາມກໍ່ໄດ້ມອບ ອຸປະກອນການແພດຊຶ່ງລວມມີ ເຄື່ອງຫາຍໃຈ, ຊຸດກັນເຊື້ອພະຍາດ, ຖົງມື, ຜ້າອັດປາກ - ດັງລວມມູນຄ່າເຖິງ 500.000 USD ໃຫ້ແກ່ ຈີນ. ທາງສະພາກະແດງຫວຽດນາມກໍ່ໄດ້ຂົນຂວາຍການແຜ່ບໍລິຈາກເງິນຈາກບັນດາອົງການ, ສ່ວນບຸກຄົນເພື່ອຊ່ວຍເຫຼືອປະຊາຊົນຈີນດ້ວຍຈຳນວນອຸປະກອນການແພດລວມມູນຄ່າເຖິງ 100.000 USD ເພື່ອຕ້ານໂລກລະບາດ, ນອກຈາກນັ້ນ ຫວຽດນາມກໍ່ຍັງຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ລັດຖະບານຍີ່ປຸ່ນ, ລັດເຊຍ, ເຢຍລະມັນ, ອີຕາລີ…

ຫວຽດ​ນາມ ຕັ້​ງ​ໜ້​າ​ຊ່ວຍ​ໜູນ​ບັນ​ດາ​ປະ​ເທດ​ ໃນ​ປ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ