ຫວຽດນາມ ຕັ້ງໜ້າປະກອບສ່ວນ ເຂົ້າໃນກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ - ເອີຣົບ

(VOVWORLD) -ວັນທີ 27 ກັນຍາ, ທ່ານ ຟຸ່ງກວັກຫ້ຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະຄົບຄະນະຂອງກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ - ເອີຣົບ ຄັ້ງທີ 10 (ASEP 10) ທີ່ນະຄອນຫຼວງ ບຣຸກແຊນ, ແບນຊິກ. 
ຫວຽດນາມ ຕັ້ງໜ້າປະກອບສ່ວນ ເຂົ້າໃນກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ - ເອີຣົບ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫ້ຽນ ທີ່ວາລະຄົບຄະນະຂອງກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ - ເອີຣົບ ຄັ້ງທີ 10  (ພາບ: TTXXN)

ກ່າວຄຳເຫັນທີ່ກອງປະຊຸມ ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫ້ຽນ ຊົມເຊີຍຫົວຂໍ້ຂອງວາລະຄົບຄະນະຂອງກອງປະຊຸມ ASEP 10 ກ່ຽວກັບ “ການປ່ຽນແປງ ຂອງດິນຟ້າອາກາດ ແລະ ສິ່ງທ້າທາຍສຳລັບລັດທິຫຼາຍຝ່າຍ”. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່ານີ້ແມ່ນເນື້ອໃນທີ່ມີລັກສະນະສະຖານະການ ການເມືອງໄດ້, ເຕື້ອງເຖິງບັນດາຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ ບໍ່ພຽງແຕ່ສຳລັບກຳລັງຄວາມສາມາດໃນການບໍລິຫານຂອງບັນດາລັດຖະບານ, ຄວາມໝັ້ນຄົງໜັກແໜ້ນຂອງບັນດາລະບອບການເມືອງ ແລະ ບັນດາພື້ນຖານເສດຖະກິດເທົ່ານັ້ນ ຫາກຍັງສຳລັບ ລັກສະນະທີ່ເປັນໄປໄດ້, ຍືນຍົງ ຂອງບັນດາການເຊື່ອມຕໍ່ສາກົນຫຼສຍຝ່າຍໃນປັດຈຸບັນອີກດ້ວຍ

ໃນຂອບເຂດກອງປະຊຸມ ASEP 10, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫ້ຽນ ກໍ່ໄດ້ເຮັດວຽກຮ່ວມກັບທ່ານຮອງປະທານ EP Dimitrios Papadimoulis. ໂດຍທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ EP ວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການຮ່ວມມືຮອບດ້ານ ຫວຽດນາມ - EU. ຜ່ານບັນດາການພົບປະ, ແລກປ່ຽນຄະນະຜູ້ແທນ ແລະ ການເຈລະຈາຢ່າງກົງໄປກົງມາ, ການພົວພັນສອງຝ່າຍບັນລຸໄດ້ຄວາມໄວ້ເນື້ອເຊື່ອໃຈກັນ.

ສ່ວນທ່ານຮອງປະທານ EP ປາຖະໜາຢາກໃຫ້ຫວຽດນາມ ແລະ EU ສືບຕໍ່ເພີ່ມທະວີການຮ່ວມມືໃນອະນາຄົດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ