ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວລວມຂອງ WIPO

(VOVWORLD) - ກອງປະຊຸມປະຈຳປີຄັ້ງທີ 58 ສະມັດຊາໃຫຍ່ WIPO ມີການເຂົ້າຮ່ວມຂອງຜູ້ແທນປະມານ 1.200 ຄົນທ່ີມາຈາກ 191 ປະເທດສະມາຊິກ WIPO.
ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວລວມຂອງ WIPO - ảnh 1 ທ່ານເອກອັກຄະລັດຖະທູດ ເຢຶອງຈີ໋ຢຸ້ງ ທີ່ກອງປະຊຸມ

ວັນທີ 24 ກັນຍາ, ກອງປະຊຸມປະຈຳປີຄັ້ງທີ 58 ຂອງສະມັດຊາໃຫຍ່ບັນດາປະເທດສະມາຊິກອົງການຊັບສິນທາງປັນຍາໂລກ (WIPO) ໄຂຂຶ້ນຢູ່ ເຊີແນວ (ປະເທດສະວິດ). ເປັນຄັ້ງທຳອິດທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ຄຽງຂ້າງ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ເຊີແນວ (ປະເທດສະວິດ) ໄດ້ບໍລິຫານກອງປະຊຸມດ້ວຍຖານະເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019. ກອງປະຊຸມປະຈຳປີຄັ້ງທີ 58 ສະມັດຊາໃຫຍ່ WIPO ມີການເຂົ້າຮ່ວມຂອງຜູ້ແທນປະມານ 1.200 ຄົນທ່ີມາຈາກ 191 ປະເທດສະມາຊິກ WIPO. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟ້າມກົງຕາກ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນຳໜ້າ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Francis Gurry, ຜູ້ອຳນວຍການໃຫຍ່ WIPO ຖືວ່າ: ຊັບສິນທາງປັນຍານັບມື້ນັບກາຍເປັນສິ່ງທີ່ສຳຄັນໃນບັນດາຂົງເຂດເສດຖະກິດ ແລະ ສັງຄົມ, ໃນການພັດທະນາບັນດານະໂຍບາຍ ແລະ ການຄ້າສາກົນ. ລັດຖະບານ, ວິສາຫະກິດ, ສື່ມວນຊົນ ແລະ ມະຫາຊົນລ້ວນແຕ່ເອົາໃຈໃສ່ເຖິງສິດໃນການຄຸ້ມຄອງຊັບສິນທາງປັນຍາໃນການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ຍຸດທະສາດດ້ານອຸດສາຫະກຳ.

        ທ່ານຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຟ້າມກົງຕາກ ໃຫ້ຮູ້ວ່າ: ຄະນະຜູ້ແທນ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະມັດຊາໃຫຍ່ WIPO, ຮັບຮອງເອົາບົດລາຍງານຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານໃນປີຜ່ານມາ, ພິເສດແມ່ນປຶກສາຫາລື, ຍົກອອກບັນດາຂໍ້ສະເໜີທີ່ສຳຄັນກ່ຽວກັບການເຄື່ອນໄຫວຂອງອົງການນີ້ໃນໄລຍະຈະມາເຖິງ. ພ້ອມກັບເລື່ອງທ່ານເອກອັກຄະລັດຖະທູດ ເຢຶອງຈີ໋ຢຸ້ງ ຮັບດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO, ການເຂົ້າຮ່ວມ

ຂອງຄະນະຜູ້ແທນ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວລວມຂອງ WIPO.

ຕອບກັບ

ຂ່າວ/ບົດ​ອື່ນ