ຫວຽດນາມ ຕັ້ງໜ້າຮ່ວມມືປ້ອງກັນ, ຕ້ານຢາເສບຕິດເຂດອະນຸພາກພື້ນແມ່ນ້ຳຂອງ

(VOVWORLD) - ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດເຂດອະນຸພາກພື້ນແມ່ນ້ຳຂອງ ດຳເນີນໃນວັນທີ 10/5, ຢູ່ພະນົມເປັນ, ກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ເຊິ່ງລວມມີ: ລາວ, ກຳປູເຈຍ, ໄທ, ມຽນມາ, ຈີນ ແລະ ອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ສປຊ (UNODC). 
ຫວຽດນາມ ຕັ້ງໜ້າຮ່ວມມືປ້ອງກັນ, ຕ້ານຢາເສບຕິດເຂດອະນຸພາກພື້ນແມ່ນ້ຳຂອງ - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ກອງປະຊຸມຖືກຈັດຕັ້ງ 2 ປີເທື່ອໜຶ່ງເພື່ອແນໃສ່ສຳຫຼວດກວດຄືນເອກະສານຕົກລົງຊ່ວຍຈຳ (MOU) ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດລະຫວ່າງ 6 ປະເທດອະນຸພາກພື້ນແມ່ນ້ຳຂອງ ແລະ ອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ສປຊ ເຊັນເມື່ອປີ 1993, ພ້ອມທັງວາງອອກບັນດາທິດທາງໃນໄລຍະຈະມາເຖິງ. ເຂົ້າຮ່ວມເຫດການ, ທ່ານພົນຕີ  ຫງວຽນວັນເຊີນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ມີບົດກ່າວປາໄສສຳຄັນ, ໃນນັ້ນ, ຊີ້ແຈ້ງແຜນນະໂຍບາຍ, ນະໂຍບາຍ ແລະ ຜົນງານຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານຢາເສບຕິດ. ທ່ານພົນຕີ  ຫງວຽນວັນເຊີນ ກໍ່ຢັ້ງຢືນຄວາມສຳຄັນຂອງຂໍ້ຕົກລົງຮ່ວມມືປີ 1993 ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດອະນຸພາກພື້ນແມ່ນ້ຳຂອງ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຈະມານະພະຍາຍາມສູ້ຊົນໃຫ້ບັນດາຄາດໝາຍລວມຂອງພາກພື້ນ, ເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາວັດທະນາຖາວອນ ແລະ ສ້າງພາກພື້ນໃຫ້ປອດຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ