ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຂອງໂຄງການພັດທະນາ WIPO

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຂອງໂຄງການພັດທະນາ WIPO - ảnh 1
(ພາບປະກອບ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 51 ກອງ​ປະຊຸມ​ສະມັດຊາ​ໃ​ຫຍ່ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ WIPO, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສູນກອງ​ປະຊຸມ​ສາກົນ Geneva, ປະ​ເທດ​ສະ​ວິດ, ​ແຕ່​ວັນ​ທີ 23 ກັນຍາ - 02 ຕຸລາ 2013. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຕະມິ​ງກວາງ, ຫົວ​ໜ້າ​ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຫວຽດນາມ ເປັນ​ຫົວ​ໜ້າ​ຄະນະ ​ໄດ້​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ WIPO ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຕາມ​ເວລາ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຂອງ​ໂຄງການ​ພັດທະນາ WIPO ​ແລະ ​ແຕ່ລະ​ປີ WIPO ກໍ່​ໜູນ​ຊ່ວຍ​ຫວຽດນາມ ຜ່ານ​ບັນດາ​ລາຍການ​ບຳລຸງ​ສ້າງ​ທາງ​ໄກ, ​ເຂົ້າ​ແວບ​​ໄຊ​ຂໍ້​ມູນ​ວິຊາ​ຊີບ... ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ສາມາດຂອງ​ລະບົບຊັບ​ສິນ​ທາງ​ປັນຍາ​ຂອງ​ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຫວຽດນາມ ກໍ່​ດຳເນີນ​ບັນດາ​ກອງ​ປະຊຸມ​ກັບ​ບັນດາ​ຄູ່​ຮ່ວມ​ມື 2 ຝ່າຍ ​ເພື່ອ​​ແນ​ໃສ່ຊຸກຍູ້ການ​ພົວພັນ​ລະຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ