ຫວຽດນາມ ຕັ້ງໜ້າເຂົ້າຮ່ວມພ້ອມກັບບັນດາປະເທດ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ

(VOVWORLD) - ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາບັນຫາຄື: ອັບເດັດສະພາບການໃນກຸ່ມ ອາຊຽນ; ສະພາບການປ້ອງກັນ, ຕ້ານຢາເສບຕິດຂອງແຕ່ລະປະເທດໃນກຸ່ມ; ລາຍງານໝາກຜົນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບບັນຫາຢາເສບຕິດ (ASOD) ຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ…
ຫວຽດນາມ ຕັ້ງໜ້າເຂົ້າຮ່ວມພ້ອມກັບບັນດາປະເທດ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ - ảnh 1ເຈົ້າໜ້າທີ່ບັນດາປະເທດເຂົ້າຮ່ວມກອງປະຊຸມ
(ພາບ:

ວັນທີ 11 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ທ່ານ ພົນຕີ ຫງວຽນຢຸຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນຫາຢາເສບຕິດຄັ້ງທີ 8 (AMMD 8). ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາບັນຫາຄື: ອັບເດັດສະພາບການໃນກຸ່ມ ອາຊຽນ; ສະພາບການປ້ອງກັນ, ຕ້ານຢາເສບຕິດຂອງແຕ່ລະປະເທດໃນກຸ່ມ; ລາຍງານໝາກຜົນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບບັນຫາຢາເສບຕິດ (ASOD) ຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ…

        ກ່າວຄຳເຫັນທີ່ກອງປະຊຸມ, ພົນຕີ ຫງວຽນຢຸຍງອັກ ຢັ້ງຢືນວ່າ: ດ້ວຍຄວາມຮັບຜິດຊອບຂອງປະເທດສະມາຊິກ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າການເຄື່ອນໄຫວລວມຂອງພາກພື້ນ ທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການຄ້າຂາຍ ແລະ ຜະລິດຢາເສບຕິດຜິດກົດໝາຍໃນພາກພື້ນ, ຜ່ານນັ້ນ, ຊຸກຍູ້ການໂອ້ລົມສົນທະນາ ແລະ ສ້າງເງື່ອນໄຂແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຢາເສບຕິດຜິດກົດໝາຍລະຫວ່າງບັນດາປະເທດສະມາຊິກ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນແໜ້ນແຟ້ນ ແລະ ແບ່ງປັນຄວາມຮັບຜິດຊອບລວມກັບບັນດາປະເທດສະມາຊິກ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ ແລະ ຫວັງວ່າ ບັນດາປະເທດ, ບັນດາອົງການສາກົນສືບຕໍ່ສະຫງວນຄວາມເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດ, ປະກອບສ່ວນສ້າງພາກພື້ນພັດທະນາວັດທະນາຖາວອນ ແລະ ມຸ່ງໄປເຖິງ “ອາຊຽນ ປອດຢາເສບຕິດ”.

ຕອບກັບ

ຂ່າວ/ບົດ​ອື່ນ