ຫວຽດນາມ ຕັ້ງໜ້າແກ້ໄຂ “ບັດເຫຼືອງ” ຂອງ EC ສຳລັບການຂຸດຄົ້ນສິນໃນນ້ຳ

(VOVWORLD) - ກ່ອນໜ້ານັ້ນ, ວັນທີ 23 ຕຸລາ 2017, EC ໄດ້ປະກາດຈັດວາງມາດຕະການກ່າວເຕືອນດ້ວຍບັດເຫຼືອງ ສຳລັບບັນດາຜະລິດຕະພັນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU
ຫວຽດນາມ ຕັ້ງໜ້າແກ້ໄຂ “ບັດເຫຼືອງ” ຂອງ EC ສຳລັບການຂຸດຄົ້ນສິນໃນນ້ຳ - ảnh 1 ພາບປະກອບ

ກ່ຽວຂ້ອງເຖິງເລື່ອງ ແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (EC) ສຳລັບການຂຸດຄົ້ນສິນໃນນ້ຳ ຂອງ ຫວຽດນາມ, ທີ່ການປະຊຸມຂ່າວປະຈຳໄລຍະໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງໃນວັນທີ 2 ມີນາ, ທ່ານ ຫງວຽນທິເຟືອງຢູງ, ຫົວໜ້າກົມວິທະຍາສາດ ເຕັກໂນໂລຊີ ແລະ ການຮ່ວມມືສາກົນ, ກົມໃຫຍ່ສິນໃນນ້ຳ ປະກາດ, ໃນໄລຍະຜ່ານມາ, ທົ່ວລະບົບການເມືອງຂອງ ຫວຽດນາມ ( ຈາກສູນກາງລົງຮອດທ້ອງຖິ່ນ, ວົງຄະນະຍາດຊາວປະມົງ) ໄດ້ມີການກະທຳຢ່າງເດັດຂາດ ເພື່ອແນໃສ່ສະກັດກັ້ນ, ຫຼີກລ້ຽງ, ຕ້ານການກະທຳຂຸດຄົ້ນປາຜິດກົດໝາຍ, ບໍ່ລາຍງານ, ບໍ່ຕາມຂໍ້ກຳນົດ (IUU).

        ກ່ອນໜ້ານັ້ນ, ວັນທີ 23 ຕຸລາ 2017, EC ໄດ້ປະກາດຈັດວາງມາດຕະການກ່າວເຕືອນດ້ວຍບັດເຫຼືອງ ສຳລັບບັນດາຜະລິດຕະພັນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU. ພ້ອມກັນນັ້ນ, EC ໄດ້ຍົກອອກ 9 ຂໍ້ສະເໜີແນະທີ່ ຫວຽດນາມ ຕ້ອງປະຕິບັດໃນເວລາ 6 ເດືອນ (ແຕ່ 23 ຕຸລາ 2017 – 23 ເມສາ 2018).

ຕອບກັບ

ຂ່າວ/ບົດ​ອື່ນ