ຫວຽດ​ນາມ ຕັ້ງ​ໜ້າ​ໜູນ​ຊ່ວຍການ​ຄົ້ນ​ຄ້​ວາ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ

(VOVWORLD) -ການປະກອບສ່ວນໃຫ້ໂຄງການ ReMuAl 2 ໄດ້ສະແດງໃຫ້ເຫັນບົດບາດຂອງຫວຽດນາມ ໃນວິວັດການຊຸກຍູ້ການພັດທະນາເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ, ພ້ອມທັງຢັ້ງຢືນບົດບາດສຳຄັນຂອງ IAEA ແລະ ບັນດາຮາກຖານຄົ້ນຄວ້າຂອງ ອົງການຈັດຕັ້ງນີ້ ໃນການໝູນໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ.
ຫວຽດ​ນາມ ຕັ້ງ​ໜ້າ​ໜູນ​ຊ່ວຍການ​ຄົ້ນ​ຄ້​ວາ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ - ảnh 1ທ່ານ Rafael Grossi ຜູ້ອຳນວຍການ IAEA ແລະ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຈຸງກຽນ (ພາບ: TTXVN)

ວັນທີ 25 ພະຈິກ, ຢູ່ສຳນັກງານປະຈຳນະຄອນຫຼວງ ວຽນນາ, ພ້ອມກັບກອງປະຊຸມສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ໄດ້ດຳເນີນພິທີຮັບການປະກອບດ້ານການເງິນໃຫ້ແກ່ໄລຍະທີ 2 ໂຄງການປະຕິຮູບ, ເປີດກວ້າງ ໜ່ວຍງານຄົ້ນຄ້ວາ ແລະ ໝູນໃຊ້ນິວເຄຼຍ (ReMuAL2) ຂອງ IAEA ຢູ່ Seibersdorf, ປະເທດ ໂອຕາລິດ.

ພາຍຫຼັງພິທີຮັບເປັນຮູບການການປະກອບສ່ວນຂອງ ຫວຽດນາມ, ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຈຸງກຽນ ໃຫ້ຮູ້ວ່າ ໃນວິວັດການຮັບມືກັບໂລກລະບາດໂຄວິດ - 19, ໜ່ວຍງານປະສົມ Seibersdorf ໄດ້ມອບວັດຖຸອຸປະກອນ, ຜະລິດຕະພັນຊີວະພາບ ແລະ ຈັດການບຳລຸງສ້າງໃຫ້ແກ່ບັນດາປະເທດ, ໃນນັ້ນມີ ຫວຽດນາມ ເພື່ອປະຕິບັດການວິໄຈຫາເຊື້ອແບບ RT-PCR ເພື່ອແນໃສ່ບົ່ງມະຕິພະຍາດ ແລະ ກວດພົບເຊື້ອໄວຣັດ SARS – CoV- 2. ການປະກອບສ່ວນໃຫ້ໂຄງການ ReMuAl 2 ໄດ້ສະແດງໃຫ້ເຫັນບົດບາດຂອງຫວຽດນາມ ໃນວິວັດການຊຸກຍູ້ການພັດທະນາເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ, ພ້ອມທັງຢັ້ງຢືນບົດບາດສຳຄັນຂອງ IAEA ແລະ ບັນດາຮາກຖານຄົ້ນຄວ້າຂອງ ອົງການຈັດຕັ້ງນີ້ ໃນການໝູນໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ.

ທ່ານ Liu Hua ຮອງຜູ້ອຳນວຍການໃຫຍ່ IAEA ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນບັນດາໂຄງການຮ່ວມມືດ້ານເຕັກນິກ ຂອງ IAEA, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ, ສະແດງອອກຜ່ານເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ IAEA (BoG IAEA), ໜຶ່ງໃນ ສອງ ກົນໄກວາງແຜນກຳນົດນະໂຍບາຍ ຂອງ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ