ຫວຽດນາມ ຕິດຕາມ ກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ຢູ່ທະເລຕາເວັນອອກ

(VOVWORLD) -ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ
ຫວຽດນາມ ຕິດຕາມ ກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ຢູ່ທະເລຕາເວັນອອກ - ảnh 1ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ
(ພາບ: baoquocte.vn)

        ໃນຊຸມມື້ມໍ່ໆມານີ້, ຊາວປະມົງ ຫວຽດນາມ ໄດ້ແຈ້ງຂໍ້ມູນຂ່າວຕໍ່ບັນດາອົງການສື່ມວນຊົນກ່ຽວກັບເລື່ອງກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ພວມເຄື່ອນໄຫວຢູ່ໃນເຂດເສດຖະກິດພິເສດຂອງ ຫວຽດນາມ.

        ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນຫາດັ່ງກ່າວ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ: “ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ, ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການຄຸ້ມຄອງ ແລະ ປະຕິບັດກົດໝາຍຢູ່ທະເລໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ກົດໝາຍ ຫວຽດນາມ ເພື່ອປົກປ້ອງບັນດາສິດຖືກຕ້ອງຕາມກົດໝາຍຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ