ຫວຽດນາມ ຕັດສິນໃຈຕ້ານການ ຟອກເງິນ ແລະ ຕ້ານການອຸປະຖຳ ໃຫ້ແກ່ການກໍ່ການຮ້າຍ

ຫວຽດນາມ ຕັດສິນໃຈຕ້ານການ ຟອກເງິນ ແລະ ຕ້ານການອຸປະຖຳ ໃຫ້ແກ່ການກໍ່ການຮ້າຍ - ảnh 1

ຫວຽດນາມ ຕັດສິນໃຈຕ້ານການຟອກເງິນ ແລະ ຕ້ານການອຸປະຖຳໃຫ້ແກ່ການກໍ່ການຮ້າຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 19/11, ກອງ​ປະຊຸມ​ຮູບ​ແບບ​​ຕ້ານ​ການ​ຟອກ​ເງິນ ​ແລະ ຕ້ານ​ການ​ອຸປະຖຳ​​ໃຫ້ແກ່​ການກໍ່​ການ​ຮ້າຍຄັ້ງ​ທີ 15 ຂອງ​ກຸມ​ອາຊີ​ປາຊີ​ຝິກ (APG)ໄດ້​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຢືນຢັນ​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ປະຊາ​ຄົມ​ໂລກ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ ພ້ອມ​ກັນ​ຮ່ວມ​ມື​ດ້ວຍ​ຂໍ້​ລິ​ເລີ່​ມຫຼາຍ​ຂໍ້ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​​ຟອກ​ເງິນ ​ແລະ ​ການ​ອຸປະຖຳ​​ໃຫ້ແກ່​ການກໍ່​ການ​ຮ້າຍ. ຫວຽດນາມ ​ຕັດສິນ​ໃຈ​ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ; ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ ​ແລະ ປັບປຸງ​ເອກະສານ​ນິຕິ​ກຳ​ຕາມ​ມາດຖານ​ສາກົນ. ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ APG (5/2007), ຫວຽດນາມ​ໄດ້​ມີການ​ຈັດການຟອກ​ເງິນ​ ​ແລະ ອຸປະຖຳ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍເຂົ້າ​ໃນ​ກົດໝາຍອາຍາ ​ແລະ ​ໄດ້ຮັບ​ການ​ຮັບຮອງ​ເອົາ​ເມື່ອ​ປີ 2009. ​ເດືອນ 6/2012, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການ​ຟອກ​ເງິນ ​ແລະ ກົດໝາຍ​ນີ້​ຈະ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ; ​ຫວຽດນາມ ໄດ້​ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການກໍ່​ການ​ຮ້າຍ ​ແລະ ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ