ຫວຽດນາມ ຕັດສິນໃຈຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ COP26

(VOVWORLD) -ທ່ານ Alok Shrma ສະແດງຄວາມປະທັບໃຈຕໍ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ
ຫວຽດນາມ ຕັດສິນໃຈຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ COP26 - ảnh 1ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Alok Shrma, ລັດຖະມົນຕີກະຊວງລັດຖະບານ ອັງກິດ
(ພາບ: TTXVN)

ຕອນບ່າຍວັນທີ 30 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Alok Shrma, ລັດຖະມົນຕີກະຊວງລັດຖະບານ ອັງກິດ, ປະທານກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP26). ທີ່ການພົບປະ, ທ່ານ Alok Shrma ສະແດງຄວາມປະທັບໃຈຕໍ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ; ແລະ ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະມີຄຳໝັ້ນສັນຍາດ້ານການເມືອງກ່ອນທີ່ຈະດຳເນີນກອງປະຊຸມ COP27 ແລະ ຄວນມີຄຳໝັ້ນສັນຍາຂອງລັດຖະບານຢູ່ໃນລະດັບສູງສຸດໃນຂົງເຂດນີ້. ທ່ານ Alok Shrma ໃຫ້ຮູ້ວ່າ, ຜ່ານມາ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen ໄດ້ພ້ອມກັນລົງລາຍເຊັນໃນຈົດໝາຍສົ່ງເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີສ້າງຕັ້ງການພົວພັນ “ຄູ່ຮ່ວມມືຫັນປ່ຽນພະລັງງານແບບຍືນຍົງ” (JETP) ລະຫວ່າງກຸ່ມ G7 ແລະ  ຫວຽດນາມ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີບົດບາດສ້າງກົດໝາຍ, ຕິດຕາມກວດກາ, ຈັດແບ່ງງົບປະມານເພື່ອຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ຢູ່ COP 26; ດຳເນີນການຕິດຕາມກວດກາລັດຖະບານ ຜັນຂະຫຍາຍການວາງແຜນຜັງລະດັບຊາດ, ປະຕິບັດການປັບປຸງ, ເພີ່ມເຕີມໃສ່ການວາງແຜນກຳນົດທີ່ກ່ຽວຂ້ອງເຖິງການເຕີບໂຕຂຽວ.

        ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສະເໜີໃຫ້ຝ່າຍ ອັງກິດ ຍູ້ແຮງການໜູນຊ່ວຍ ຫວຽດນາມ ໃນບັນດາບັນຫາຄື ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ແລະ ໂຄງການໜູນຊ່ວຍດ້ານການເງິນ, ເຕັກນິກ ເພື່ອແນໃສ່ສ້າງການຫັນໄປເປັນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ