ຫວຽດ​ນາມ ຕັດ​ສິນ​ໃຈ​ມຸ່ງ​ໄປ​ສູ່​ຄວາມ​ສົມ​ດຸນ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 04 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາການນຳ ແລະ ຜູ້ຕ່າງໜ້າວິສາຫະກິດ ອາເມລິກາ 45 ແຫ່ງ, ເຊິ່ງເປັນສະມາຊິກຂອງ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (US - ABC). 
ຫວຽດ​ນາມ ຕັດ​ສິນ​ໃຈ​ມຸ່ງ​ໄປ​ສູ່​ຄວາມ​ສົມ​ດຸນ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບສະມາຊິກຂອງ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (US - ABC) (ພາບ: VGP)

ນະທີ່ນີ້, ທ່ານ Alex Feldman ປະທານ US – ABC ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ຫວຽດນາມ ຈະປະສົບຜົນສຳເລັດໃນການສະກັດກັ້ນໂລກລະບາດ Covid – 19. ການຢ້ຽມຢາມຄັ້ງນີ້ຂອງ ຄະນະຜູ້ແທນແມ່ນແນໃສ່ສົ່ງສານກ່ຽວກັບ ຫວຽດນາມໄປຍັງປະຊາຄົມສາກົນ ເຊິ່ງແມ່ນປະເທດທີ່ມີຄວາມປອດໄພທີ່ສຸດ. ທ່ານ Alex Feldman ແຈ້ງໃຫ້ຊາບວ່າ ປີນີ້ມີການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນໃຫ້ສຳເລັດຜົນ.

        ທີ່ການຕ້ອນຮັບ, ທ່ານ Daniel J.Krittenbrink ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ໄດ້ສົ່ງຈົດໝາຍຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເຊິ່ງໄດ້ອະທິບາຍກ່ຽວກັບເລື່ອງໂຈະການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບໂລກລະບາດ Covid - 19.

        ສ່ວນທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນເຖິງສານກ່ຽວກັບຄວາມຕັດສິນໃຈມຸ່ງໄປສູ່ຄວາມສົມດຸນດ້ານການຄ້າກັບ ອາເມລິກາ, ໃນນັ້ນ, ຫວຽດນາມ ຈະຊື້ສິນຄ້າຫຼາຍປະເພດຂອງ ອາເມລິກາ, ລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂ, ສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາໃນການລົງທຶນຢູ່ ຫວຽດນາມ ທັງທາງກົງ ແລະ ທາງອ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ