ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ ແລະ ສະ​ຫະ​ພັນ ອາ​ຟ​ຼິກ​ກາ

(VOVWORLD) - ໃນວັນທີ 29 ກັນຍາ ສະພາຄວາມໝັ້ນຄົງ ສປຊ ແລະ ສະພາສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ສະຫະພັນ ອາຟຼິກກາ (AUPSC) ໄດ້ດຳເນີນການປຶກສາຫາລືລວມ ປະຈຳປີທາງອອນລາຍ.
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ ແລະ ສະ​ຫະ​ພັນ ອາ​ຟ​ຼິກ​ກາ - ảnh 1ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ AU ໃນການຊຸກຍູ້ລັດທິຫຼາຍຝ່າຍ ແລະ ປະກອບສ່ວນເຂົ້າໃນບັນດາວຽກງານຂອງ ສປຊ; ທ່ານໄດ້ເນັ້ນໜັກເຖິງບັນດາຜົນງານໃນການຮ່ວມມືລະຫວ່າງ ສະພາຄວາມໝັ້ນຄົງ ປສຊ ແລະ AUPSC ກໍ່ຄືການສ້າງຕັ້ງບັນດາຄະນະປະຕິບັດງານຮັກສາສັນຕິພາບລວມຢູ່ Darfur (ຊູດັງ), ໂຊມາລີ, ຂໍ້ລິເລີ່ມ “ຢຸດສຽງປືນແຕກ ຢູ່ອາຟຼິກກາ” ແລະ ການຊຸກຍູ້ບັນຫາແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮັບຮູ້ເລື່ອງ ອາຟຼິກກາ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ປາດຖະໜາຢາກ ໃຫ້ສະພາຄວາມໝັ້ນຄົງ ສປຊ ແລະ AUPSC ສືບຕໍ່ພິຈາລະນາບັນດາມາດຕະການໃໝ່ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍ.

ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ກັບບັນດາປະເທດ ອາຟຼິກກາ ເປັນສຳຄັນ ແລະ ຖືວ່າ ອາຊຽນ ແລະ AU ສາມາດເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ປະສົບການເຊິ່ງກັນແລະກັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ