ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ ສູນ​ການ​ທູດ​ປ້ອງ​ກັນ​ເຫດ​ຂອງ ສ​ປ​ຊ ປະ​ຈຳ ອາ​ຊີ​ກາງ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ສະແດງຄວາມສະໜັບສະໜູນ ແລະ ຕີລາຄາສູງຕໍ່ບັນດາການເຄື່ອນໄຫວຂອງສູນ UNRCCA.
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ ສູນ​ການ​ທູດ​ປ້ອງ​ກັນ​ເຫດ​ຂອງ ສ​ປ​ຊ ປະ​ຈຳ ອາ​ຊີ​ກາງ - ảnh 1ກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືປະຈຳໄລຍະກ່ຽວກັບການເຄື່ອນໄຫວຂອງສູນການທູດປ້ອງກັນເຫດຂອງ ສປຊ ປະຈຳ ອາຊີກາງ (ພາບ: vov.vn)

ວັນທີ 27 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືປະຈຳໄລຍະກ່ຽວກັບການເຄື່ອນໄຫວຂອງສູນການທູດປ້ອງກັນເຫດຂອງ ສປຊ ປະຈຳ ອາຊີກາງ (UNRCCA). ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

        ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ສະແດງຄວາມສະໜັບສະໜູນ ແລະ ຕີລາຄາສູງຕໍ່ບັນດາການເຄື່ອນໄຫວຂອງສູນ UNRCCA ແລະ ສ່ວນຕົວທ່ານນາງ Natalie, ຖືນີ້ແມ່ນແບບຢ່າງທີ່ຕັ້ງໜ້າຂອງ ສປຊ ໃນການຊຸກຍູ້ການທູດປ້ອງກັນເຫດຂອງພາກພື້ນ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ກໍຊົມເຊີຍຕໍ່ບັນດາຄວາມຄືບໜ້າ ກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ  - ສັງຄົມຢູ່ ບັນດາປະເທດ ອາຊີກາງ ໃນໄລຍະ ຜ່ານມາ ແລະ ປາດຖະໜາວ່າ ສູນ UNRCCA ຈະສືບຕໍ່ຮັກສາປະສິດທິຜົນຂອງການເຄື່ອນໄຫວໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ