ຫວຽດນາມ ຕີລາຄາສູງຂໍ້ລິເລີມຂອງ IPU ກ່ຽວກັບຄວາມຈຳເປັນຕ້ອງຜູກຮັດເນື້ອໃນຫັນເປັນດີຈີຕອນ, ເສດຖະກິດໝູນວຽນ

(VOVWORLD) -IPU ຕ້ອງປັບປຸງການພົວພັນຮ່ວມມືກັບບັນດາລັດຖະສະພາສະມາຊິກ ແລະ ບັນດາອົງການຈັດຕັ້ງອື່ນໆເພື່ອເກັບເອົາຫຼັກຖານ, ຂໍ້ມູນກ່ຽວກັບພື້ນຖານເສດຖະກິດໝູນວຽນ, ສິ່ງແວດລ້ອມ
ຫວຽດນາມ ຕີລາຄາສູງຂໍ້ລິເລີມຂອງ IPU ກ່ຽວກັບຄວາມຈຳເປັນຕ້ອງຜູກຮັດເນື້ອໃນຫັນເປັນດີຈີຕອນ, ເສດຖະກິດໝູນວຽນ - ảnh 1ທ່ານຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ເຢືອງກວ໊ກແອັງ
(ພາບ: mpi.gov.vn)

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142, ຕອນຄ່ຳວັນທີ 18 ພຶດສະພາ, ທ່ານຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ເຢືອງກວ໊ກແອັງ, ຜູ້ຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍກ່ຽວກັບການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ “ປະສານສົມທົບການຫັນເປັນດີຈີຕອນ ແລະ ເສດຖະກິດໝູນວຽນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະຍາແບບຍືນຍົງຂອງສະຫະປະຊາຊາດ (SDGs), ພິເສດແມ່ນການຊົມໃຊ້ ແລະ ຜະລິດໂດຍມີຄວາມຮັບຜິດຊອບ”.

        ປະກອບຄວາມເຫັນທີ່ກອງປະຊຸມ, ຜູ້ຕາງໜ້າຫວຽດນາມ ຖືວ່າ, IPU ຕ້ອງປັບປຸງການພົວພັນຮ່ວມມືກັບບັນດາລັດຖະສະພາສະມາຊິກ ແລະ ບັນດາອົງການຈັດຕັ້ງອື່ນໆເພື່ອເກັບເອົາຫຼັກຖານ, ຂໍ້ມູນກ່ຽວກັບພື້ນຖານເສດຖະກິດໝູນວຽນ, ສິ່ງແວດລ້ອມ, ການຫັນເປັນດີຈີຕອນ ແລະ ສ້າງຂອບແນະນຳໃຫ້ບັນດາການກະທຳຂອງລັດຖະສະພາ. ພ້ອມກັນນັ້ນ, ຕ້ອງມີບັນດານະໂຍບາຍກະຕຸ້ນເສດຖະກິດ, ການເງິນ ເພື່ອຊຸກຍູ້ສິນຄ້າ, ການບໍລິການແບບຍືນຍົງກວ່າ; ພິເສດແມ່ນບັນດານະໂຍບາຍຊຸກຍູ້ການຫັນເປັນດີຈີຕອນ ຕ້ອງກຳນົດທິດການຫັນເປັນດີຈີຕອນ ເພື່ອແນໃສ່ປະຕິບັດເສດຖະກິດໝູນວຽນ, ຍ້ອນການປ່ຽນແປງໃໝ່ປະດິດຄິດສ້າງແມ່ນປັດໃຈສຳຄັນທີ່ສຸດໃຫ້ແກ່ການສ້າງເປັນເສດຖະກິດໝູນວຽນ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ກໍ່ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງຄະນະປະຈຳການກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດຂອງ IPU ໃນຂອງເຂດກອງປະຊຸມ IPU ຄັ້ງທີ 142. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຫົວເລື່ອງ “ກົດໝາຍໃນທົ່ວໂລກວ່າດ້ວຍການຕ້ານການ ກົດຂີ່ຂູດຮີດ, ສວຍໃຊ້ທາງເພດໄວເດັກທາງອິນເຕີແນັດ”.

ຕອບກັບ

ຂ່າວ/ບົດ​ອື່ນ