ຫວຽດນາມ ຕີລາຄາສູງບົດບາດຂອງ WIPO ໃນການຊຸກຍູ້ລະບົບຊັບສິນທາງປັນຍາໂລກ

ຫວຽດນາມ ຕີລາຄາສູງບົດບາດຂອງ WIPO ໃນການຊຸກຍູ້ລະບົບຊັບສິນທາງປັນຍາໂລກ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຈີນວັນ​ຕຸ່ງ
(ພາບ: vietnamplus.vn)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 22 – 30/09, ຢູ່​ເ​ຊີ​ແນວ, ປະ​ເທດ​ສະວີ​ດ, ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 54 ຂອງອົງການ​ຊັບ​ສິນ​ທາງ​ປັນຍາ​​ໂລກ (WIPO) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ 187 ປະ​ເທດ​ສະມາຊິກ ​ແລະ ບັນດາອົງການ​ຈັດ​ຕັ້ງສາ​ກົນ​ທີ່​ກ່ຽວຂ້ອງ​ເຖິງຊັບ​ສິນ​ທາງ​ປັນຍາ​​. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູ​ງ​ແທ່ງ, ຫົວໜ້າ​ຄະນະ​ຜູ້​ຕາງ​ໜ້າ​ຫວຽດນາມ ຢູ່​ຄຽງ​ຂ້າງ​ຫ້ອງການ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ ທີ່​ເຊີ​ແນວ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ຄະນະ​ກຳ​ມະການ​ປະສານ​ງານ WIPO (CoCo) ​ແລະ ຮັບ​ບົດບາດໜ້າ​ທີ່ຢູ່​ກອງ​ປະຊຸມ CoCo ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 26/09.

        ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຈີນວັນ​ຕຸ່ງ ​ໄດ້​ຕີ​ລາຄາ​​ໝາກຜົນເບື້ອງ​ຕົ້ນ​ແຫ່ງການ​ເຄື່ອນ​ໄຫວ​ຂອງ WIPO, ​ໃນ​ນັ້ນ​​ໄດ້ຍົກ​ສູງ​ບົດບາດ​ຂອງ WIPO ​ໃນ​ການ​ຊຸກຍູ້​ລະບົບ​ຊັບ​ສິນ​ທາງ​ປັນຍາ​ໂລກ. ທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນວັນ​ຕຸ​່ງ ​ໃຫ້​ຮູ້​ວ່າ, ການ​ຮ່ວມ​ມື​ດ້ານ​ເຕັກນິກ​ລະຫວ່າງ​ຫວຽດນາມ ​ແລະ WIPO ນັບ​ມື້​ນັບ​ພັດທະນາ. WIPO ​ໄດ້​ຊ່ວຍ​ຫວຽດນາມ ​ໃນ​ການ​ສ້າງ​ບັນດາ​ລະບອບ, ສ້າງ​ພື້ນຖານວັດຖຸ​ດ້ານ​ເຕັກນິກ, ບຳລຸງ​ສ້າງ​ພະນັກງາ​ນຄຸ້ມຄອງ​ຊັບ​ສົມ​ບັດ​ຊັບ​ສິນ​ທາງ​ປັນຍາ, ຊ່ວຍ​ຫວຽດນາມ ​ເຂົ້າ​ຮ່ວມ​ສົນທິສັນຍາ Lahay… ນີ້​ແມ່ນ​ບັນດາ​ວຽກງານ​ທີ່​ແທດ​ຈິງ ດ້ວຍ​ຄວາມ​ຫວັງ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ຝ່າຍ ຈະ​​ເພີ່ມ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ