ຫວຽດນາມ - ຕວກກີ ຮ່ວມມືໃນຂົງເຂດວິທະຍາສາດ

(VOVWORLD) - ຢູ່ Ankara, ຄະນະມີການເຮັດວຽກກັບທ່ານສາດສະດາຈານ, ປອ Ahmet Cevat Acar - ປະທາສະຖາບັນບັນດິດວິທະຍາສາດ ຕວກກີ (TUBA), ປອ Ufuk Ulutas - ປະທານສູນຄົ້ນຄ້ວາຍຸດທະສາດ (SAM) ກະຊວງການຕ່າງປະເທດ ຕວກກີ
ຫວຽດນາມ - ຕວກກີ ຮ່ວມມືໃນຂົງເຂດວິທະຍາສາດ - ảnh 1 ທ່ານສາດສະດາຈານ, ປອ Ahmet Cevat Acar - ປະທາສະຖາບັນບັນດິດວິທະຍາສາດ ຕວກກີ (TUBA) ແລະ ທ່ານສາດສະດາຈານ, ປອ ຫງວຽນກວາງທ໋ວນ, ປະທານ VASS

ຄະນະຜູ້ແທນສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໂດຍທ່ານສາດສະດາຈານ, ປອ ຫງວຽນກວາງທ໋ວນ, ປະທານ VASS, ເປັນຫົວໜ້າຄະນະຫາກໍ່ທຳການຢ້ຽມຢາມ, ເຮັດວຽກຢູ່ ຕວກກີ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານວິທະຍາສາດກັບບັນດາອົງການຄົ້ນຄ້ວາແຖວໜ້າຂອງຕວກກີ.

        ຢູ່ Ankara, ຄະນະມີການເຮັດວຽກກັບທ່ານສາດສະດາຈານ, ປອ Ahmet Cevat Acar - ປະທາສະຖາບັນບັນດິດວິທະຍາສາດ ຕວກກີ (TUBA), ປອ Ufuk Ulutas - ປະທານສູນຄົ້ນຄ້ວາຍຸດທະສາດ (SAM) ກະຊວງການຕ່າງປະເທດ ຕວກກີ; ຢູ່ ອິດສະແຕນບູນ, ຄະນະໄດ້ເຮັດວຽກກັບທ່ານສາດສະດາຈານ, ປອ Senay Yalcon, ອະທິການບໍດີມະຫາວິທະຍາໄລ Bahcesehir.

        ທີ່ການພົບປະ, ເຮັດວຽກ, ທ່ານສາດສະດາຈານ ຫງວຽນກວາງທ໋ວນ ໃຫ້ຂໍ້ສັງເກດວ່າ: 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື; ສະເໜີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນລວມມີຂົງເຂດຄົ້ນຄ້ວາ, ແລກປ່ຽນວິຊາການດ້ານການສຶກສາລະຫວ່າງບັນດາອົງການຄົ້ນຄ້ວາຂອງ 2 ປະເທດ. ຝ່າຍຕວກກີ ຫວັງວ່າ: 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຄົ້ນຄ້ວາວິທະຍາສາດນຳກັນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ