ຫວຽດນາມ ຕ້ອນຮັບ​ແຂກ​ທ້ອງ​ທ່ຽວສາກົນ​ຜູ້​ທີ 6 ລ້ານ

ຫວຽດນາມ ຕ້ອນຮັບ​ແຂກ​ທ້ອງ​ທ່ຽວສາກົນ​ຜູ້​ທີ 6 ລ້ານ - ảnh 1
( ພາບ : http://vnexpress.net )

ພິທີ​ຕ້ອນຮັບ​ແຂກ​ທ້ອງ​ທ່ຽວສາກົນ​ຜູ້​ທີ 6 ລ້ານ ພ້ອມ​ກັບ​ຄະນະ​ນັກ​ທ່ອງ​ທ່ຽວ​ໃນ​ກຳ​ປັ່ນ MV SuperStar Aquarious ທີ່ມາ​ຈາກ​ໄຮ​ໜານ​ປະ​ເທດ​ຈີນ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 26/12 ຢູ່​​ແຄມ​ຝັ່ງ​ທະເລ ​ ບາ​ຍ​ໄຈ ນະຄອນ​ຮ້າ​ລອງ ​ແຂວງ​ກວາງ​ນິງ. ​ແຂກ​ທ່ອງ​ທ່ຽວສາກົນຜູ້​ທີ 6 ລ້ານແມ່ນ​ທ່ານ Curvalle Bernard Francois ສັນຊາດ​ຝະລັ່ງ. ​ເມື່ອ​ໄດ້​ຮັບ​ໃບຢັ້ງຢືນ​ເປັນ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່ 6 ລ້ານ, ຫຼຽນລະນຶກ ​ແລະ​ຂອງຂວັນ​ໂດຍ​ບໍລິ​ສັດ​ທ່ອງ​ທຽວ​ໄຊ​ງ່ອນ​ມອບ​ໃຫ້ ທ່ານ​ເວົ້າດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ວ່າ:“ລູກສິດ​ຜູ້ 1 ຂອງ​ພວກ​ຂ້າພະ​ເຈົ້າຢູ່​ຈີນ ​ໄດ້​ແນະນຳ​ຜົວ​ເມຍ​ພວກ​ຂ້າພະ​ເຈົ້າ ຄວນ​ໄປ​ຢ້ຽມຢາມ​ອ່າວ​ຮ້າ​ລອງ. ສະນັ້ນ ພວກ​ຂ້າພະ​ເຈົ້າຈຶ່ງ​ມີໜ້າ​ຢູ່​ທີ່​ນີ້ ​ແລະ​ບັງ​ເອີນ​ໄດ້​ຮັບ​ນາມມະຍົດ​ວ່າ ​ແມ່ນ​​ແຂກ​ທ່ອງ​ທ່ຽວ​ຜູ້​ທີ 6 ລ້ານ. ນີ້​ແມ່ນ​ການ​ໄປ​ທ່ຽວ​ເພື່ອ​ລະນຶກ 50 ປີ​ແຫ່ງ​ວັນ​​ແຕ່ງງານຂອງ​ພວກ​ຂ້າພະ​ເຈົ້າ. ສະນັ້ນ, ອາດ​ເວົ້າ​ໄດ້​ວ່າ ຄວາມ​ມ່ວນ​ຊື່ນ​ໃນ​ການ​ໄປ​ທ່ຽວ​ຄັ້ງນີ້​​ແມ່ນ​ໄດ້​ຮັບ​ທະວີຄູນ​ທົບ 2 ​ເທົ່າ”.
ຂ່າວ/ບົດ​ອື່ນ