ຫວຽດນາມ ຕອບສະໜອງ ວັນປະຊາກອນໂລກ 11/7

  

ຫວຽດນາມ ຕອບສະໜອງ ວັນປະຊາກອນໂລກ 11/7  - ảnh 1
ພະນັກ​ງານ, ຊາວ​ໜຸ່ມ, ​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ
ຕອບສະໜອງວັນປະຊາກອນໂລກ 11/7
(ພາບ:baomoi.com)


 Vovworld-  ດ້ວຍ​ຫົວ​ເລື່ອງ​ວ່າ “ ຊົມ​ໃຊ້​ບັນດາ​ການ​ບໍລິການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຈະ​ເລີ​ນພັນ” , ວັນ​ປະຊາກອນ​ໂລກ 11/7 ປີ​ນີ້​ຈະ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ວາງ​ແຜນ​ຄອບຄົວ​ໂດຍ​ສະໝັກ​ໃຈ, ໜູນ​ຊ່ວຍ​ການ​ເກີດ ​ແລະ ປ້ອງ​ກັນ​ການ​ຕິດ​ແປດ​ພະຍາດ​​ໂດຍຜ່ານ​ການ​ຮ່ວມ​ເພດ, ປົວ​ແປງ​ອາການ​ສຸຂະພາບ​ຂອງ​ແມ່ ​ແລະ ​ເດັກ. ທ່ານ Duong Quoc Trong ຫົວໜ້າ​ກົມ​​ໃຫຍ່ປະຊາກອນ ​ໃຫ້​ຮູ້​ວ່າ:
  “ ສຳລັບ​ຫວຽດນາມ​ແລ້ວ, ​ເນ່ືອງ​ໃນ​ໂອກາດ ວັນ​ປະຊາກອນ​ໂລກ, ຈະ​ປຸກລະດົ​ມບັ້ນ​ໂຄສະນາ​ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ທຸກໆ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາກ່ຽວ​ກັບ ສຸຂະພາບ​ຈະ​ເລີ​ນພັນ​ເວົ້າ​ລວມ ​ແລະ ວຽກ​ງານວາງ​ແຜນ​ຄອບຄົວ​ເວົ້າ​ສະ​ເພາະ ​ເພື່ອ​ເຮັດ​ແນວ​ໃດ​ຍົກ​ສູງດ້ານສຸຂະພາບ​ຈະ​ເລີ​ນພັນ​ໃຫ້​ແກ່​​ແຕ່ລະຄົນ, ຍົກ​ສູງ​ການ​ຮັກສາ​ຕົນ​ເອງ ​ແລະ ຫຼີກ​ລ້ຽງກໍລະນີ​ຖືພາ​ບໍ່​ຖືກ​ກັບ​ຄວາມ​ມຸ່ງ​ຫວັງ ”

    ປະຈຸ​ບັນ ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ ຕອບ​ສະໜອງ​ວັນ​ປະຊາກອນ​ໂລກ 11/7. ຢູ່​ແຂວງ​ຮ່າ​ນາມ, ​ສູນ​ສຸຂະພາບ​ຈະ​ເລີ​ນພັນ​ແຂວງ​ຮ່າ​ນາມໄດ້​ຜັນ​ຂະຫຍາຍ​ບັ້ນ​ໂຄສະນາ 13 ຄັ້ງ ຊຶ່ງ​ມີ​ການ​ປະສານ​ສົມທົບ​ກັບ​ການ​ປິ່ນປົວ​ພະຍາດ, ສະໜອງ​ຢຸກຢາ ​ແລ​ະ ​ປະຕິບັດບັນດາ​ການ​ບໍລິການ​ໃນ​ວຽກ​ງານ​ວາງ​ແຜນ​ຄອບ​ຄົວຢູ່​ບັນດາ​ຕາ​ແສງ​ຈຸດ​ສຸມ​ໃນ​ແຂວງ. ທ່ານ Pham Thanh Long ຜູ້ອຳ​ນວຍການສູນ​ສຸຂະພາບ​ຈະ​ເລີ​ນພັນ​ແຂວງ​ຮ່າ​ນາມ ​ເວົ້າ​ວ່າ :
  “ ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ຕື່ມ ​ໂຄງການ​ສະ​ໂມ​ສອນບັນດາ​ຜູ້​ບໍ່ເຖິງກະສຽນອາຍຸ ຊຶ່ງຈັດຕັ້ງຢູ່ 4 ຈຸດຂອງ 4 ຕາແສງ. ພາຍຫຼັງປະມານ 1 ເດືອນ, ພວກຂ້າພະເຈົ້າແຕ່ງຕັ້ງພະນັກງານ ລົງໂຄສະນາເຜີຍແຜ່, ພ້ອມກັນນັ້ນ ກໍໃຫ້ຄຳປຶກສາແນະນຳກ່ຽວກັບສຸຂະພາບ​ຈະ​ເລີ​ນພັນໃຫ້ແກ່ນັກຮຽນຊັ້ນ ມັດທະ ຍົມຕອນຕົ້ນ ແລະ ຕອນປາຍ ແລະ ຢູ່ບັນດາເຂດຊຸມຊົນເພື່ອໃຫ້ເຂົາເຈົ້າ ເພີ່ມທະວີຄວາມຮັບຮູ້ກ່ຽວກັບທາງເພດ ແລະ ສຸຂະພາບ​ຈະ​ເລີ​ນພັນ, ຫຼຸດຜ່ອນ ອັດຕາທຳແທງລູກ​ເມື່ອຖືພາ​ບໍ່​ຖືກ​ກັບ​ຄວາມ​ມຸ່ງ​ຫວັງ ” .
ຂ່າວ/ບົດ​ອື່ນ