ຫວຽດນາມ ຕອບສະໜອງ ວັນປະຊາກອນໂລກ

ຫວຽດນາມ ຕອບສະໜອງ ວັນປະຊາກອນໂລກ - ảnh 1
ການປະຊຸມຂ່າວ
(ພາບ: kinhtenongthon.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/7, ຢູ່ ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ ຈັດ​ຕັ້ງ​ການ​ປະ​ຊຸມຂ່າວ ຕອບ​ສະໜອງ​ວັນ​ປະຊາກອນ​ໂລກ 11/7 ດ້ວຍ​ຫົວ​ຂໍ້​ວ່າ “ຖືພາ​​ໃນ​ຍາມ​ບໍ່ເຖິງ​ກະສຽນອາຍຸ​”. ທີ່​ການ​ປະຊຸມ​ຂ່າວ, ທ່ານ Arthur Erken, ຫົວໜ້າຜູ້ຕາງໜ້າ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂລກ​ມີ​ເດັກ​ຍິງ​ກ່ວາ 600 ລ້ານ​ຄົນ, ​ໃນ​ນັ້ນ​ມີ​ກ່ວາ 500 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ​ຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ. ​ແຕ່ລະ​ປີ, ມີ​​ເດັກ​ຍິງ​ອາຍຸ​​ແຕ່ 15 – 19 ປີ​ປະມານ 16 ລ້ານເກີດ​ລູກ. ຢູ່ ຫວຽດນາມ, 35,4%​ ​ເດັກ​ຍິງ​ບໍ່​ເຖິງກະ​ສຽນ​ອາຍຸ​ຍັງ​ບໍ່ທັນໄດ້ຮັບການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ກ່ຽວ​ກັບເຄື່ອງອຸປະກອນຄຸມກຳເນີດ​, ສ່ວນ​ຊາວ​ໜຸ່ມ​ໃນ​ເກັ່ນ​ອາຍຸ 20 – 24 ປີ​ແມ່ນ 34,6%. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ​​ໃນ​​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ ຈະ​ສຸມ​ໃສ່​ຫຼາຍ​ມາດ​ຕະການ​​ແນ​ໃສ່​ຫລຸດ​ຜ່ອນ​ອັດ​ຕາ​ຖືພາໃນໄລຍະ​​ບໍ່​ເຖິງ​ກະສຽນອາຍຸ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ຫງວຽນ​ຫວຽດຕ໋ຽນ, ​ໃຫ້​ຮູ້​ວ່າ:

    “ອັດຕາ​ຜູ້​ຖືພາ​ທີ່​ບໍ່​ເຖິງກະສຽນອາຍຸ​ເຕົ້າໂຮມຢູ່​ເຂດປະຊາຊົນ​ບັນດາ​ເຜົ່າສ່ວນໜ້ອຍ, ​ເຂດ​ຫ່າງ​ໄກສອກ​ຫຼີກ. ດັ່ງ​ນັ້ນ, ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ​ຈະ​ສຸມ​ໃສ່​ເຂົ້າ​ເຂດ​ດັ່ງກ່າວ. ມາດ​ຕະການ​ຕົ້ນ​ຕໍ່​ແມ່ນ​ວຽກ​ງານ​ໂຄສະນາ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ແຈ້ງບັນຫາຮ່ວມເພດໃນໄລຍະບໍ່ເຖິງ​ກະສຽນອາຍຸ​ແມ່ນ​ອັນຕະລາຍ, ພາ​ໄປ​ເຖິງ​ບັນດາ​ຜົນ​ຮ້າຍ​ໜັກ​ໜ່ວງ. ຄຽງ​ຄູ່​ກັນ​ນັ້ນ, ກະຊວງ​ຈະ​ສຶກສາ​ໃຫ້​ເດັກບໍ່ເຖິງກະສຽນອາຍຸ ບັນດາ​ວິທີຕຸມກຳເນີດທີ່ປອດ​ໄພ​”.

ຂ່າວ/ບົດ​ອື່ນ