ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ

(VOVWORLD) - ວັນທີ 17 ມີນາ, ທີ່ຫໍວັດທະນະທຳຊາວໜູ່ມ (ເມືອງ 1) ນະຄອນ ໂຮ່ຈິມີນ, ໜັງສືພິມ ໄຊງ່ອນຢາຍຟ໊ອງ (ໄຊງ່ອນປົດປ່ອຍ) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງພິທີເລີ່ມເຄື່ອນໄຫວບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019. 
ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ - ảnh 1 ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ (ພາບ: hcmcpv.org.vn)

ເຫດການຕົ້ນຕໍແມ່ນ “ຮ່ວມແຮງຮ່ວມໃຈມອດໄຟ 1 ຊົ່ວໂມງໃນທົ່ວໂລກ” ຈະດຳເນີນແຕ່ 17 ໂມງ - 22 ໂມງ ວັນທີ 30 ມີນາ ຢູ່ຫໍວັດທະນະທຳຊາວໜຸ່ມ, ຄາດວ່າ ເຫດການຈະດຶງດູດຊາວໜຸ່ມ ແລະ ປະຊາຊົນໃນບໍລິເວນນະຄອນເຂົ້າຮ່ວມກ່ວາ 5000 ຄົນ ດ້ວຍຈຸດສຸມແມ່ນການຂົນຂວາຍພ້ອມກັນມອດໄຟ 1 ຊົ່ວໂມງ.

        ໂຄງການຈຸດສຸມຂອງລາຍການແມ່ນ “Change your green” ຈະປຸກລະດົມຂະບວນການຂໍ້ລິເລີ່ມຂຽວ. ນອກຈາກໂຄງການດັ່ງກ່າວ, ມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019 ຍັງມີບັນດາການເຄື່ອນໄຫວອື່ນໆຄື: ໂຄງການເຄື່ອນໄຫວຂຽວ, ໂຄງການກຳລັງຄວາມສາມາດຂຽວໃຫ້ປະຊາຄົມ; ໂຄງການເຊື່ອມຕໍ່ຂຽວ; ເຫດການຕອບສະໜອງມອດໄຟ 1 ຊົ່ວໂມງພ້ອມກັບໂລກ…

ຕອບກັບ

ຂ່າວ/ບົດ​ອື່ນ